ລັດຖະບານ ຫວຽດນາມ ຍາມໃດກໍ່ຖື WB ແລະ IFC ແມ່ນຄູ່ຮ່ວມມືພັດທະນາທີ່ສຳຄັນທີ່ສຸດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, WB ແລະ IFC ຈົ່ງປ່ຽນແປງໃໝ່ການເຄື່ອນໄຫວຮ່ວມມື ດ້ວຍວິທີການໃໝ່, ມີຂອບເຂດໃຫຍ່ກວ່າ
ລັດຖະບານ ຫວຽດນາມ ຍາມໃດກໍ່ຖື WB ແລະ IFC ແມ່ນຄູ່ຮ່ວມມືພັດທະນາທີ່ສຳຄັນທີ່ສຸດ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Manuela Ferro, ຮອງປະທານຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ຂອງກຸ່ມທະນາຄານໂລກ
(ພາບ: TTXVN)

ຕອນບ່າຍວັນທີ 14 ພະຈິກນີ້, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Manuela Ferro, ຮອງປະທານຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ຂອງກຸ່ມທະນາຄານໂລກ (WB), ທ່ານ John Gandolfo, ຮອງປະທານອົງການການເງິນສາກົນ (IFC) ແລະ ທ່ານ Riccardo Puliti, ຮອງປະທານ IFC ຮັບຜິດຊອບພາກພື້ນອາຊີຕາເວັນອອກ-ປາຊີຟິກ.  

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, WB ແລະ IFC ຈົ່ງປ່ຽນແປງໃໝ່ການເຄື່ອນໄຫວຮ່ວມມືດ້ວຍວິທີການໃໝ່, ມີຂອບເຂດໃຫຍ່ກວ່າ, ເພີ່ມທະວີການຮ່ວມມື ລະຫວ່າງພາກລັດ - ເອກະຊົນ. ສຳລັບ WB, ທ່ານນາຍົກລັດຖະມົນຕີປາດຖະໜາໃຫ້ WB ສຸມບັນດາແຫຼ່ງທຶນ ດ້ວຍອັດຕາດອກເບ້ຍຕ່ຳສຸດໃຫ້ແກ່ບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ, ມີຈຸດສຸມ, ມີຂະໜາດໃຫຍ່ຢູ່ ຫວຽດນາມ. ສຳລັບ IFC, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ IFC ສືບຕໍ່ມີແຫຼ່ງກຳລັງ, ບ້ວງເງິນລົງທຶນກ້ອນໃຫຍ່, ໂດຍສະເພາະແມ່ນໜູນຊ່ວຍສ້າງກອງທຶນເພື່ອຊຸກຍູ້ ພາກເອກະຊົນໃຫ້ພັດທະນາ, ກາຍເປັນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ, ພິເສດແມ່ນບັນດາຂະແໜງຫາກໍ່ພົ້ນເດັ່ນ, ມີເຕັກໂນໂລຊີສູງຄື  CPU ເຄິ່ງຊັກນຳໄຟຟ້າ, ພະລັງງານສະອາດ, ລົດໄຟຟ້າ...

ສ່ວນທ່ານນາງຮອງປະທານ WB, Manuela Ferro ໃຫ້ຮູ້ວ່າ, WB ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດ ພັດທະນາ, ມີລາຍຮັບສູງໃນປີ 2045. ສ່ວນຝ່າຍ IFC, ບັນດາການນຳ IFC ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ, ໂດຍສະເພາະແມ່ນຊຸກຍູ້ບັນດາວິສາຫະກິດພາກເອກະຊົນ ຫວຽດນາມ ໃຫ້ເຕີບໂຕ ແລະ ດຶງດູດນັກລົງທຶນແຖວໜ້າເຂົ້າມາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ