ລັດຖະບານ ຫວຽດນາມ ສະໜັບສະໜູນ Samsung ເປີດກ້ວາງການລົງທຶນຢູ່ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 14 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ໜ່ວຍຜະລິດ Samsung ຢູ່ ຫວຽດນາມ.

ລັດຖະບານ ຫວຽດນາມ ສະໜັບສະໜູນ Samsung ເປີດກ້ວາງການລົງທຶນຢູ່ ຫວຽດນາມ - ảnh 1 ລັດຖະບານ ຫວຽດນາມ ສະໜັບສະໜູນ Samsung ເປີດກ້ວາງການລົງທຶນຢູ່ ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສະໜັບສະໜູນກຸ່ມບໍລິສັດເປີດກ້ວາງການລົງທຶນຢູ່ ຫວຽດນາມ, ບໍ່ພຽງແຕ່ໃນຂົງເຂດປະກອບບັນດາຜະລິດຕະພັນເອເລັກໂຕນິກເທົ່ານັ້ນ ຫາກຍັງເປີດກ້ວາງກຳລັງຄວາມສາມາດໃນການພັດທະນາເຕັກໂນໂລຊີ, ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ເຊິ່ງແມ່ນຂົງເຂດທີ່ Samsung ມີບົດຮຽນຫລາຍຢ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ປາດຖະໜາຢາກໃຫ້ Samsung ຊຸກຍູ້ບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຂອງ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານ Choi Joo Ho ໄດ້ລາຍງານກັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮັບຊາບກ່ຽວກັບການຜັນຂະຫຍາຍແຜນການກໍ່ສ້າງອາຄານສູນຄົ້ນຄວ້າ ແລະ ພັດທະນາຂອງ Samsung ຢູ່ ຫວຽດນາມ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ ໃນການພົບປະກ່ອນນັ້ນກັບການນຳຂອງກຸ່ມບໍລິສັດ. ທ່ານ Choi Joo Ho ໃຫ້ຮູ້ວ່າ: ກຸ່ມບໍລິສັດ Samsung ກໍ່ໄດ້ຮຽກເຊີນວິສາຫະກິດໃຫຍ່ຂອງ ສ.ເກົາຫຼີ ທີ່ລົງທຶນໃນຂົງເຂດເອເລັກໂຕນິກເຄິ່ງຊັກນຳໄຟຟ້າ ລົງທຶນເຂົ້າແຂວງ ບັກຢາງ ດ້ວຍຍອດເງິນລົງທຶນປະມານ 500 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ