ລັດຖະບານ ຫວຽດນາມ ໄດ້ມີມາດຕະການແກ້ໄຂ ຄວາມຫຍຸ້ງຂອງປະເທດຊາດຢ່າງວ່ອງໄວທັນການ

(VOVWORLD) -ການສົມທົບຢ່າງມີປະສິດທິຜົນໃນວຽກງານລະຫວ່າງ ລັດຖະບານແລະ ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກອບສ່ວນນຳປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ 
ລັດຖະບານ ຫວຽດນາມ ໄດ້ມີມາດຕະການແກ້ໄຂ ຄວາມຫຍຸ້ງຂອງປະເທດຊາດຢ່າງວ່ອງໄວທັນການ - ảnh 1ກອງປະຊຸມຕີລາຄາການປະຕິບັດ ຂໍ້ກຳນົດກົດລະບຽບ ສົມທົບວຽກງານລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ປີ 2020 ແລະ ຫນ້າທີ່ຈຸດສຸມ ປີ 2021 (ພາບ: baochinhphu.vn)

ຕອນບ່າຍວັນທີ 11 ມີນາ ຢູ່ ສຳນັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີນແທງເໝີ໋ນ ເປັນປະທານຮ່ວມກອງປະຊຸມຕີລາຄາການປະຕິບັດ ຂໍ້ກຳນົດກົດລະບຽບ ສົມທົບວຽກງານລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ປີ 2020 ແລະ ຫນ້າທີ່ຈຸດສຸມ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ການສົມທົບຢ່າງມີປະສິດທິຜົນໃນວຽກງານລະຫວ່າງ ລັດຖະບານແລະ ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກອບສ່ວນນຳປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ ບັນລຸບັນດາຜົນງານສຳຄັນໃນປີ 2020 ແລະ ຊຸມປີຜ່ານມາ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ປີ 2021 ແມ່ນປີທຳອິດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ສະນັ້ນຫນ້າທີ່ຈຸດສຸມວາງອອກແມ່ນຫນັກຫນ່ວງທີ່ສຸດ. ສອງອົງການຄວນສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນໃນຫລາຍຫນ້າທີ່ລະອຽດ. ທ່ານນາຍົກລັດຖະມົນຕີ ສະເຫນີວ່າ:

“ກ່ອນອື່ນໝົດ ສືບຕໍ່ປ້ອງກັນ ຕ້ານໂລກລະບາດ ແລະ ປະຕິບັດ 5 ມາດຕະການປ້ອງກັນຢ່າງເຂັ້ມງວດ. ຂົນຂວາຍປະຊາຊົນປະຕິບັດຕາມທິດນີ້. ທີສອງ ສືບຕໍ່ສົມທົບກັນ ປັບປຸງ ເປີດກວ້າງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ.”

ຕອບກັບ

ຂ່າວ/ບົດ​ອື່ນ