ລັດ​ຖະ​ບານ ອັງ​ກິດ ຖະ​ແຫຼງ​ຈະ​ບໍ່​ກີດ​ຂວາງ Scotland ຈັດ​ຕັ້ງ​ການລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ເອ​ກະ​ລາດ

(VOVWORLD) -ລັດຖະບານ ລາຊະອານາຈັກ ອັງກິດ ຈະບໍ່ກີດຂວາງການລົງປະຊາມະຕິຄັ້ງທີ 2 ກ່ຽວກັບເອກະລາດຂອງ Scotland, ຖ້າຫາກວ່າ ນີ້ແມ່ນ “ຄວາມມຸ່ງມາດປາດຖະໜາທີ່ບໍ່ປ່ຽນແປງ” ຂອງມວນຊົນ.

        ໃນການຕອບສຳພາດຕໍ່ໜັງສືພິມ Sunday Mail ໃນວັນທີ 1 ສິງຫາ, ທ່ານ Michael Gove ຫົວໜ້າຫ້ອງວ່າການລັດຖະບານ ອັງກິດ ໃຫ້ຮູ້ວ່າ ລັດຖະບານ ລາຊະອານາຈັກ ອັງກິດ ຈະບໍ່ກີດຂວາງການລົງປະຊາມະຕິຄັ້ງທີ 2 ກ່ຽວກັບເອກະລາດຂອງ Scotland, ຖ້າຫາກວ່າ ນີ້ແມ່ນ “ຄວາມມຸ່ງມາດປາດຖະໜາທີ່ບໍ່ປ່ຽນແປງ” ຂອງມວນຊົນ. ທ່ານ Michael Gove ໄດ້ຍົກອອກຄຳປາໄສດັ່ງກ່າວ ໃນສະພາບການທີ່ລັດຖະບານ Scotland ພວມເພີ່ມຄວາມກົດດັນດ້ານການເມືອງ ເພື່ອຈັດຕັ້ງການປ່ອນບັດຄັ້ງໃໝ່ກ່ຽວກັບພື້ນຖານເອກະລາດຂອງດິນແດນແຫ່ງນີ້.

        ພັກຊົນຊາດ Scotland (SNP) ເຄີຍຢັ້ງຢັ້ນມາຫຼາຍຄັ້ງແລ້ວວ່າ ຈະຈັດຕັ້ງການລົງປະຊາມະຕິຄັ້ງທີ 2 ກ່ຽວກັບຄວາມເປັນໄປໄດ້ໃນການແຍກ Scotland ອອກຈາກ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ທ່ານ Nicola Sturgeon - ຜູ້ວ່າການ Scotland ກ່າວເຕືອນວ່າ ບໍ່ວ່ານັກການເມືອງທ່ານໃດທີ່ກີດຂວາງການລົງປະຊາມະຕິຄັ້ງນີ້ ກໍ່ແມ່ນພວມໄປຝືນກັບຄວາມມຸ່ງມາດປາດຖະໜາຢາກມີປະຊາທິປະໄຕຂອງປະຊາຊົນ Scotland.

ຕອບກັບ

ຂ່າວ/ບົດ​ອື່ນ