ລັດຖະບານ ອັງກິດ ຢັ້ງຢືນວ່າ Brexit ຈະດໍາເນີນໄປຢ່າງຖືກຕ້ອງຕາມກໍານົດເວລາ

(VOVWORLD) -ໂດຍບໍ່ຫົວຊາຕໍ່ບັນດາການຜັນແປຫຼ້າສຸດຢູ່ສະພາແຫ່ງຊາດອັງກິດ ແລະ ນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ສົ່ງຈົດໝາຍໄປຍັງ ສະຫະພາບເອີຣົບ (ອີຢູຸ) ເພື່ອສະເໜີຕໍ່ກໍານົດເວລາ Brexit, ບັນດາລັດຖະມົນຕີ ອັງກິດ ຢັ້ງຢືນວ່າ ປະເທດນີ້ ຈະຖອນຕົວອອກຈາກ ຊາຍຄາລວມເອີຣົບ ໃນວັນທີ 31 ຕຸລາ ຈະມາເຖິງ.
ລັດຖະບານ ອັງກິດ ຢັ້ງຢືນວ່າ Brexit ຈະດໍາເນີນໄປຢ່າງຖືກຕ້ອງຕາມກໍານົດເວລາ - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson (ພາບ: TTXVN) 

        ທ່ານລັດຖະມົນຕີ Michael Gove ຜູ້ຮັບຜິດຊອບການປະສານງານແຜນການ Brexit ໃຫ້ຮູ້ວ່າ ອັງກິດ ໄດ້ມີພາຫະນະ ແລະ ຄວາມສາມາດຢ່າງພຽງພໍ ເພື່ອຖອນຕົວອອກຈາກ  ອີຢູ ໃນວັນທີ 31 ຕຸລາ ຈະມາເຖິງ. ທ່ານ ຢັ້ງຢືນວ່າ ລັດຖະບານ ອັງກິດ ໄດ້ສົ່ງຈົດໝາຍສະເໜີເລື່ອນວັນເວລາ Brexit ຕາມຄວາມຮຽກຮ້ອງຂອງ ສະພາແຫ່ງຊາດອັງກິດ, ແຕ່ອົງການນິຕິບັນຍັດນີ້ ຈະບໍ່ສາມາດປ່ຽນແປງເຈດຈໍານົງຂອງທ່ານນາຍົກລັດຖະມົນຕີ, ນະໂຍບາຍ ແລະ ຄວາມຢຶດໝັ້ນຂອງລັດຖະບານກ່ຽວກັບເລື່ອງ ນໍາ ອັງກິດ ຖອນຕົວອອກຈາກ ອີຢູ ໃຫ້ຖືກຕ້ອງຕາມກໍານົດເວລາ ແລະບໍ່ເລື່ອນເວລາໄປຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ