ລັດ​ຖະ​ບານ ອີ​ຕາ​ລີ ອຸ​ປ​ະ​ຖຳ​ວັກ​ຊິນ Astra Zeneca ກ່​ວາ 800.000 ໂດ​ສ​ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ວັນທີ 25 ສິງຫາ 2021, ລັດຖະບານ ອີຕາລີ ໄດ້ຕັດສິນອຸປະຖຳວັກຊິນກັນໂຄວິດ - 19 AstraZeneca 801.600 ໂດສ ໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX ເພື່ອແນໃສ່ໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19.

ລັດ​ຖະ​ບານ ອີ​ຕາ​ລີ ອຸ​ປ​ະ​ຖຳ​ວັກ​ຊິນ Astra Zeneca ກ່​ວາ 800.000 ໂດ​ສ​ໃຫ້​ແກ່ ຫວຽດ​ນາມ - ảnh 1ວັກຊິນກັນໂຄວິດ - 19 AstraZeneca  (ພາບ:  AP)

ຄາດວ່າຈຳນວນວັກຊິນນີ້ ຈະຖືກຂົນສົ່ງ ແລະ ມອບໃຫ້ ຫວຽດນາມ ໃນຕົ້ນເດືອນກັນຍາຈະມາເຖິງ. ນີ້ແມ່ນໝາກຜົນຂອງການຂົນຂວາຍຂັ້ນສູງ, ໃນນັ້ນມີເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ສົ່ງຈົດໝາຍໃຫ້ແກ່ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ແລະ ບັນດາຄວາມມານະພະຍາຍາມຂົນຂວາຍ ເຊິ່ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ ຜັນຂະຫຍາຍໃນໄລຍະຜ່ານມາ. ຂໍ້ຕົກລົງນີ້ ແມ່ນສິ່ງພິສູດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອີຕາລີ, ໂດຍສະແດງໃຫ້ເຫັນນ້ຳໃຈສາມັກຄີກັນ ຂອງລັດຖະບານ ແລະ ປະຊາຊົນ ອີຕາລີ ທີ່ມີຕໍ່ ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ