ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມຫຼາຍຄັ​້ງ​ພາຍຫຼັງ ຈີນ ລ່ວງລະ​ເມີດ​ເຂດ​ເສດຖະກິດ​ຈໍາ​ເພາະ​

(VOVWORLD) -    ໃນຊຸມວັນຜ່ານມາ, ບັນດາກະຊວງ, ຂະແໜງການ, ລັດຖະບານ ອິນໂດເນເຊຍ ໄດ້ຈັດຕັ້ງບັນດາກອງປະຊຸມປຶກສາຫາລືຢ່າງລຽນຕິດ ພາຍຫຼັງ ຈີນລ່ວງລະເມີດເຂດເສດຖະກິດຈໍາເພາະຂອງປະເທດນີ້.

     ທ່ານ Mahfud MD ລັດຖະມົນຕີກະຊວງປະສານງານບັນດາບັນຫາການເມືອງ, ນິຕິກໍາ ແລະ ປ້ອງກັນຄວາມສະຫງົບ ອິນໂດເນເຊຍ ໄດ້ເປັນປະທານກອງປະຊຸມໃນຕອນບ່າຍວັນທີ 3 ມັງກອນ. ນີ້ແມ່ນກອງປະຊຸມປິດລັບ ສະນັ້ນ ກອງປະຊຸມດັ່ງກ່າວ ຖືກດໍາເນີນ ເພື່ອປຶກສາຫາລືບັນດາມາດຕະການຮັບມື ເມື່ອຈີນວາງອອກບັນດາການຮຽກສິດກັບເຂດນໍ້າຢູ່່ບໍລິເວນໃກ້ກັບໝູ່ເກາະ Natuna.

        ບັນດາບັນຫາຢູ່ເຂດທະເລທາງທິດເໜືອ Natuna ໄດ້ກາຍເປັນຄວາມວິຕົກກັງວົນຂອງລັດຖະບານ ອິນໂດເນເຊຍ ເມື່ອກໍາລັງເຈົ້າໜ້າທີ່ຂອງປະເທດນີ້ພົບເຫັນບັນດາກໍ່າປັ່ນຫາປາ ໄດ້ຮັບການປົກປ້ອງຈາກກໍ່າປັ່ນຕໍາຫຼວດທະເລຈີນ ໃຫ້ດໍາເນີນບັນດາການກະທໍາລະເມີດເຂດເສດຖະກິດຈໍາເພາະຂອງ ອິນໂດເນເຊຍ ຢູ່ບໍລິເວນດັ່ງກ່າວ. ຕໍ່ໜ້າສະພາບການດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ອິນໂດເນເຊຍ ຫຼາຍທ່ານ ໄດ້ຮຽກຮ້ອງໃຫ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄວາມປອດໄພໃນການເດີນເຮືອ, ເພີ່ມສິດໃຫ້ແກ່ອົງການປ້ອງກັນຄວາມປອດໄພໃນການເດີນເຮືອ ອິນໂດເນເຊຍ ປະຕິບັດກົດໝາຍຢູ່ທະເລ, ປົກປັກຮັກສາເຂດທະເລຂອງ ອິນໂດເນເຊຍ ຕໍ່ໜ້າບັນດາການກະທໍາຂອງ ຈີນ. 

ຕອບກັບ

ຂ່າວ/ບົດ​ອື່ນ