ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ຕາ​ລີ​ບານ ຊຸກ​ຍູ້​ການ​ເຈ​ລະ​ຈາ

(VOVWORLD) -ພາຍຫຼັງເກີດການໃຊ້ຄວາມຮຸນແຮງທີ່ນອງເລືອດ ມາເປັນຫຼາຍອາທິດ, ຄຳສັ່ງຢຸດຍິງໜຶ່ງທີ່ແກ່ຍາວເປັນເວລາ 3 ວັນໂດຍລັດຖະບານ ອາການິດສະຖານ ແລະ ຕາລີບານເຫັນດີເປັນເອກະພາບ ໄດ້ເລີ່ມມີຜົນສັກສິດ, ຖືກກັບວັນເລີ່ມຕົ້ນງານບຸນ Eid al-Fitr ທີ່ເປັນມູນເຊື້ອຂອງຊາວມຸດສະລິມ.
ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ຕາ​ລີ​ບານ ຊຸກ​ຍູ້​ການ​ເຈ​ລະ​ຈາ - ảnh 1ມືປືນຕາລີບານ  Jalalabad, ຢູ່ອາບການນິດສະຖານ (ພາບ: AFP/TTXVN)

ວັນທີ 14 ພຶດສະພາ, ບັນດານັກເຈລະຈາຂອງລັດຖະບານ ອາບການິດສະຖານ ແລະ ກຳລັງ ຕາລີບານ ໄດ້ພົບປະກັນ ຢູ່ນະຄອນຫຼວງ Doha, ປະເທດ ກາຕາ ເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ບັນດາການເຈລະຈາສັນຕິພາບ ທີ່ພວມຕົກເຂົ້າສູ່ສະພາບຈົນຕາແຈ. ໃນສື່ສັງຄົມອອນລາຍ Twitter, ຄະນະນັກເຈລະຈາຂອງລັດຖະບານ ອາບການນິດສະຖານ ໄດ້ຊີ້ແຈ້ງວ່າ ບັນດາຝ່າຍລ້ວນແຕ່ເນັ້ນໜັກເຖິງການຊຸກຍູ້ບັນດາການເຈລະຈາສັນຕິພາບ ຢູ່ Doha. ໃນຂະນະນັ້ນ, ຕາລີບານຊີ້ແຈ້ງວ່າ: ທັງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຈລະຈາພາຍຫຼັງງານບຸນ Eid al-Fitr ຊຶ່ງໄດ້ສິ້ນສຸດລົງໃນວັນທີ 15 ພຶດສະພາ.

ກ່ອນໜ້ານັ້ນ, ພາຍຫຼັງເກີດການໃຊ້ຄວາມຮຸນແຮງທີ່ນອງເລືອດ ມາເປັນຫຼາຍອາທິດ, ຄຳສັ່ງຢຸດຍິງໜຶ່ງທີ່ແກ່ຍາວເປັນເວລາ 3 ວັນໂດຍລັດຖະບານ ອາການິດສະຖານ ແລະ ຕາລີບານເຫັນດີເປັນເອກະພາບ ໄດ້ເລີ່ມມີຜົນສັກສິດ, ຖືກກັບວັນເລີ່ມຕົ້ນງານບຸນ Eid al-Fitr ທີ່ເປັນມູນເຊື້ອຂອງຊາວມຸດສະລິມ. ເຖິງຢ່າງໃດກໍ່ຕາມ, ໃນມືທີ 2 ຂອງຄຳສັ່ງຢຸດຍິງ, ມີເຫດວາງລະເບີດເກີດຂຶ້ນຢູ່ໂບດແຫ່ງໜຶ່ງຂອງຊາວມຸດສະລິມ ຢູ່ນອກນະຄອນຫຼວງ Kabul ຊຶ່ງເຮັດໃຫ້ 12 ຄົນເສຍຊີວິດ. ບໍ່ມີກຳລັງຂອງຝ່າຍໃດມາຍອມຮັບປະຕິບັດເຫດບຸກໂຈມຕີດັ່ງກ່າວ, ໃນຂະນະທີ່ ຕາລີບານກໍ່ຢັ້ງຢືນວ່າບໍ່ມີສ່ວນກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ