ລັດຖະບານ ອາເມລິກາ ອາດຈະຕ້ອງປິດປະຕູຮອດພາຍຫຼັງວັນບຸນ ຄຼິດສະມາດ ຍ້ອນຄວາມຈົນຕະແຈໃນບັນຫາງົບປະມານ

(VOVWORLD) - ຕາມໂຄສົກຂອງທ່ານ Schumer ແລ້ວ, ທ່ານຮອງປະທານາທິບໍດີ Pence ໄດ້ຍົກອອກຂໍ້ສະເໜີແຕ່ສອງຝ່າຍຍັງມີຄວາມບໍ່ລົງລອຍກັນ.

ເລື່ອງລັດຖະບານສະຫະລັດ ອາເມລິກາ ຕ້ອງປິດປະຕູສ່ວນໜຶ່ງແມ່ນອາດຈະແກ່ຍາວຮອດພາຍຫຼັງວັນບຸນຄຼິດສະມາດ ເມື່ອບັນດາການເຈລະຈາກ່ຽວກັບຮ່າງງົບປະມານລະຫວ່າງບັນດາສະມາຊິກສະພາສູງຂອງພັກປະຊາທິປະໄຕ ແລະ ທຳນຽບຂາວ ກ່ຽວຂ້ອງເຖິງການກໍ່ສ້າງກຳແພງຢູ່ລຽບຕາມຊາຍແດນຕິດກັບ ເມັກຊີໂກ ບໍ່ບັນລຸໝາກຜົນ. ໃນວັນທີ 22 ທັນວາ, ເຊິ່ງເປັນວັນທຳອິດທີ່ລັດຖະບານປິດປະຕູສ່ວນໜຶ່ງ, ການເຈລະຈາກ່ຽວກັບຮ່າງກົດໝາຍງົບປະມານລະຫວ່າງທ່ານ Chuck Schumer, ການນຳພັກຝ່າຍ ປະຊາທິປະໄຕ ຢູ່ ສະພາແຫ່ງຊາດ ແລະ ທ່ານ Mike Pence, ຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Mich Mick Mulvaney, ຫົວໜ້າຫ້ອງວ່າການທຳນຽບຂາວ ໄດ້ຖືກດຳເນີນ, ແຕ່ເກືອບຄືວ່າບໍ່ບັນລຸໄດ້ຄວາມຄືບໜ້າໃດໆ. ຕາມໂຄສົກຂອງທ່ານ Schumer ແລ້ວ, ທ່ານຮອງປະທານາທິບໍດີ Pence ໄດ້ຍົກອອກຂໍ້ສະເໜີແຕ່ສອງຝ່າຍຍັງມີຄວາມບໍ່ລົງລອຍກັນ. ທ່ານ Mich McConnell, ການນຳຝ່າຍກວມອັດຕາສ່ວນຫຼາຍທີ່ສະພາສູງ ໄດ້ປະກາດວ່າ ກອງປະຊຸມຄັ້ງຕໍ່ໄປຂອງສະພາສູງຈະດຳເນີນໃນວັນທີ 27 ທັນວາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ