ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານຊຶ່ງກໍແມ່ນວາລະປະຊຸມສຸດທ້າຍຂອງອາຍຸການລັດຖະບານຊຸດທີ 14,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເນັ້ນໜັກວ່າ ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ
ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານ

ວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານຊຶ່ງກໍແມ່ນວາລະປະຊຸມສຸດທ້າຍຂອງອາຍຸການລັດຖະບານຊຸດທີ 14,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເນັ້ນໜັກວ່າ ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

    “ ເສດຖະກິດມະຫາພາກເປັນປົກກະຕິ, ລະດັບ ຈີດີພີ ທັງໄລຍະລ້ວນແຕ່ເພີ່ມຂຶ້ນທົບ 1,4 ເທົາເມື່ອທຽບໃສ່ປີ 2015, ກົດລະບຽບວິໄນໄດ້ຮັບການເພີ່ມທະວີ. ການເກັບລາຍຮັບເຂົ້າງົບປະມານໃນໄຕມາດ1 ແມ່ນດີທີ່ສຸດ, ການໃຊ້ຈ່າຍໄດ້ຮັບປະກັນ. ລັດຖະບານຍັງປະຕິບັດຮູບແບບການເຕີບໂຕໂດຍຫັນປ່ຽນຈາກລົງກ້ວາງສູ່ລວງເລິກ. ເປີດບັນດາໂອກາດໃຫຍ່ໃຫ້ແກ່ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ”

    ທາງດ້ານເສດຖະກິດສັງຄົມໃນໄຕມາດ 1 ປີນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາວ່າ ເສດຖະກິດສັງຄົມພັດທະນາຢ່າງຕັ້ງໜ້າເມືອ່ທຽບໃສ່ໄລຍະດຽວກັນຂອງປີກາຍ ນັງທັງ 3 ຂົງເຂດ: ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ. ບັນດາດັດຊະນີເສດຖະກິດບັນລຸຕົວເລກດີກ່ວາ, ບັນຍາກາດການລົງທຶນ, ທຳການຜະລິດ, ດຳເນີນທຸລະກິດມີຄວາມຟົດຟື້ນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ