ລັດຖະບານກະກຽມຍື່ນສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາTPP

ລັດຖະບານກະກຽມຍື່ນສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາTPP - ảnh 1
(ພາບປະກອບ)

(vovworld) -  ຫ້ອງ​ວ່າການ​ລັດຖະບານ ຫວຽດນາມ ຫາ​ກໍ່​ແຈ້ງ​ກ່ຽວ​ກັບ​ສະຫຼຸບ​ຂອງ​ນາຍົກລັດຖະມົນຕີ ທີ່​ກອງ​ປະຊຸມ​ປະຈຳ​ລັດຖະບານ ກ່ຽວ​ກັບ​ວຽກ​ງານ​ກະກຽມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ​ແຈ້ງ​ການ​ບົດ​ສະຫຼຸບ​ຢືນຢັນ​ວ່າ: ​ເລື່ອງ​​ໃຫ້ສັດຕະຍາບັນ​ສັນຍາ TPP ​ໂດຍ​ໄວ ມີ​ຄວາມ​ໝາຍ​ສຳຄັນ​ໃນ​​ການຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ຂອງ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ບົດບາດ​​​ສະມາຊິກ​ທີ່ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ TPP; ປະກອບສ່ວນ​ຊຸກຍູ້ການ​ປັບປຸງລະບອບ​​ເສດຖະກິດການ​ຕະຫລາດ​ທັນ​ສະ​ໄໝ ​ແລະ ລະບົບ​ກົດໝາຍ​ພາຍ​ໃນ​ປະ​ເທດ​ໃຫ້​ສຳ​ເລັດ ​ເພື່ອ​ພ້ອມ​ແລ້ວ ທີ່​ຈະ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ທັງ ມີ​ເວລາ​ຢ່າງພຽງພໍ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ປະຊາຊົນ ​ແລະ ທົ່ວ​ສັງຄົມ​ກະກຽມ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​​ເມື່ອ​ສັນຍາ​ມີ​ຜົນ​ສັກສິດ. ​ໂດຍ​ອີງ​ໃສ່​ການຊີ້​ນຳນຳພາ​ຂອງ​ກົມ​ການ​ເມືອງ, ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ວຽກ​ງານ​ກະກຽມ​ຂອງບັນດາ​ກະຊວງ, ​ຂະ​ແໜງ​ການ​, ລັດຖະບານ​​ໄດ້ວາງ​ຈຸດໝາຍຍື່ນ​ສະ​ເໜີ​ສະພາ​ແຫ່ງ​ຊາດ​​ໃຫ້ສັດຕະຍາບັນ​ສັນຍາ TPP ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 (ຄາດ​ວ່າ​ຈະ​ດຳ​ເນີນໃນ​ເດືອນ 7/2016).


ຂ່າວ/ບົດ​ອື່ນ