ລັດຖະບານກຳປູເຈຍກ່າວຫາຝ່າຍຄ້ານລະເມີດລັດຖະທຳມະນູນ

ລັດຖະບານກຳປູເຈຍກ່າວຫາຝ່າຍຄ້ານລະເມີດລັດຖະທຳມະນູນ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ ກຳປູເຈຍ
(ພາບ: AFP/TTXVN)


(vovworld) – ​ວັນ​ທີ 25/12, ລັດຖະບານ ກຳປູ​ເຈຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ​ການ​ແຫ່​ຂະ​ບວນປະ​ທ້ວງ​, ການ​ເດີນ​ຂະ​ບວນຄັ້ງ​ຕ່າງໆ​​ໂດຍ​ການ​ນຳ​ຝ່າຍ​ຄ້ານ Sam Rainsy ​ແລະ Kem Sokha ຈັດ​ຕັ້ງ​ແມ່ນ​ຂະ​ບວນການ​ລຸກ​ຮື້​ຂຶ້ນ​ກໍ່​ຄວາມ​ສັບສົນ​ທາງສັງຄົມ, ທັງ​ແມ່ນ​ການ​ກະທຳ​ລະ​ເມີດ​ລັດຖະທຳ​ມະ​ນູນ ​ເມື່ອ​ຊ​ອກຫາ​ວິທີຕ້ານຄືນ​ ​ແລະ ​ໂຄ່ນ​ລົ້ມ​ລັດຖະບານ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຖືກ​ກັບ​ລັດຖະທຳ​ມະນູນ. ທ່ານ Tith Sothea, ​ໂຄສົກ​ຂອງ​ອົງການ​ຖະ​ແຫຼ​ງຂ່າວ ​ແລະ ປະຕິ​ກິລິຍາ​ຮີບ​ດ່ວນ​ຂອງສະພາ​ລັດຖະມົນຕີ ກຳປູ​ເຈຍ, ​ໄດ້​ຢັ້ງຢືນວ່າ​ລັດຖະບານ​ປະ​ຈຸ​ບັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ບົນ​ພື້ນຖານລັດຖະທຳ​ມະນູນ ​ແລະ ກົດ​ໝາຍ​ທີ່​ພວມ​ປະກາດ​ໃຊ້, ຕາງໜ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ດັ່ງ​ນັ້ນ ​ເລື່ອງ​ບັນດາ​ການ​ນຳ​ຝ່າຍ​ຄ້ານ​ຮຽກຮ້ອງ​ການ​ຕ້ານ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Hun Sen ​ແມ່ນ​ໄປ​ຝືນ​ກັບ​ລັດຖະທຳ​ມະນູນ ກໍ່​ຄື​ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກຕັ້ງ. ທ່ານ Tith Sothea ​ເນັ້ນ​ໜັກ​ວ່າ: ຖ້າ​ລັດຖະບານ ປະ​ຈຸ​ບັນ​ຕ້ອງ​ປ່ຽນ​ແປງ ຫຼື ລາ​ອອກ​ຈາກ​ຕຳ​ແໜ່​ງຍ້​ອນບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຜູ້​ສະໜັບ​ສະ​ໜູນ​ຝ່າຍ​ຄ້ານນັ້ນ​ຈະ​ແມ່ນ​ການ​ລະ​ເມີດລັດຖະທຳ​ມະນູນ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ