ລັດຖະບານກຳປູເຈຍກ່າວເຕືອນການນຳຝ່າຍຄ້ານSamRainsy

ລັດຖະບານກຳປູເຈຍກ່າວເຕືອນການນຳຝ່າຍຄ້ານSamRainsy - ảnh 1
ການ​ນຳ​ຝ່າຍ​ຄ້ານ Sam Rainsy
(ພາບ: AP)

(​vovworld) – ວັນ​ທີ 5/4, ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ກ່າວ​ເຕືອນວ່າ​ອາດ​ຈະ​ນຳ​ໃຊ້​ມາດ​ຕະການ​ຈຳ​ເປັນ​ສຳລັບ​ການ​ນຳ​ຝ່າຍ​ຄ້ານ​ທ່ານ Sam Rainsy ຍ້ອນ​ມີ​ການ​ກະທຳທໍລະ​ຍົດກັບ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ Norodom Sihamoni. ຖະ​ແຫຼ​ງການ​ຂອງ​ລັດຖະບານ​ປະ​ເທດ​ນີ້ ​ເນັ້ນ​ໜັກ​ບັນດາ​ຄຳ​ເຫັນ​ຂອງ​ທ່ານ Sam Rainsy, ປະທານ​ພັກ​ກູ້​ຊາດ ກຳປູ​ເຈຍ (CNRP), ​ໄດ້​ລະ​ເມີດ​ກົດໝາຍ ກຳປູ​ເຈຍ, ​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ສູງ​ສຸດ ທີ່​ບໍ່​ອາດລະ​ເມີດ​ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ Norodom Sihamoni. ລັດຖະບານ​ພວມ​ພິຈາລະນາ​ເລື່ອງ ອາດ​ຈະນຳ​ໃຊ້​ມາດ​ຕະການ​​ແຮ​ງ​ແກ່ນ​ສຳລັບ​ທ່ານ Sam Rainsy ຄື​ດັ່ງ​ຮູບ​ການ​ປົກ​ປ້ອງ​ກຽດ​ສັກ​ສີ​ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ.

    ປະຕິກິລິຍາ​ຂອງ​ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ຖືກຍົກ​ອອກ​ມາ ພາຍຫຼັງ​ທີ່​ທ່ານ Sam Rainsy ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ​ເຖິງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ ກຳປູ​ເຈຍ ​ເມື່ອ​ວັນ​ທີ 2/4 ດ້ວຍ​ເນື້ອ​​ໃນ​ທີ່​ວ່າ: ສະພາ​ແຫ່ງ​ຊາດ ປະ​ຈຸ​ບັນ​ຂອງ ກຳປູ​ເຈຍ​ບໍ່​​ເປັນ​ຕົວ​ແທນ​ໃຫ້​ປະຊາຊົນ ​ແລະ ບໍ່​ສອດຄ່ອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ ກຳປູ​ເຈຍ. ຈົດໝາຍ​ຂອງ​ທ່ານ Sam Rainsy ​ໄດ້​ຮັບ​ຖື​ວ່າ: ຄັດຄ້ານ​ຄຳ​ສັ່ງ​ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ ທີ່​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 1/4 ​ເນື່ອງ​ໃນ​ໂອກາດ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 5, ​ໃນ​ນັ້ນ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີວິດ ສະ​ແດງ​ຄວາມ​ຫວັງ​ວ່າ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່ໜ້າ​ທີ່​ຂອງ​ຕົນ​ເພື່ອ​ຮັບ​ມືກັບ​ບັນດາ​ການ​ທ້າ​ທາຍ, ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ທາງ​ສັງຄົມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ປະ​ເທດ​ຊາດ.

 




ຂ່າວ/ບົດ​ອື່ນ