ລັດຖະບານກຳອຳນາດຊົ່ວຄາວເກຼກ ສາບານຕົວຮັບດຳລົງຕຳແໜ່ງ

ລັດຖະບານກຳອຳນາດຊົ່ວຄາວເກຼກ ສາບານຕົວຮັບດຳລົງຕຳແໜ່ງ - ảnh 1

ປະ​ເທດ​ເກຼກ

(ພາບ:vnschool.net)

( vovworld ) –  ​ຕອນ​ເຊົ້າວັນ​ທີ 18/5, ລັດຖະບານ​ກຳ​ອຳນາດຊົ່ວຄາວ​ເກຼກ ຊື່ງຈະ​ບໍລິຫານ​ປະ​ເທດ​ຊາດ​ຈົນ​ເຖິງ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ກ່ອນ​ການ​ກຳນົດ​ເວລາ ​ໄດ້​ສາບານ​ຕົວຮັບ​ດຳລົງ​ຕຳ​ແໜ່​ງ ​ໃນພິທີ​ຊື່​ງຈັດ​ຂຶ້ນ​ຢູ່​ທຳນຽບ ​ປະທານາທິບໍ​ດີ​ ຢູ່​ນະຄອນຫຼວງ ອາ​ແທນ. ວັນ​ທີ 17/5, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ປະທານາທິບໍ​ດີ​ ​ເກຼກ Karolos Papoulias, ທ່ານນາຍົກລັດຖະມົນຕີ Panayiotis Pikrammenos ຜູ້​ເຄີຍ​ດຳລົງ​ຕຳ​ແໜ່​ງປະທານ​ສະພາ​ແຫ່ງ​ລັດ​ເກຼກ ກ່ອນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນໜັກ​ວ່າ ລັດຖະບານ​ກຳ​ອຳນາດຊົ່ວຄາວ “ຈະ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສະຖຽນ​ລະ​ພາບ​ໃນ​ຈຸດ​ເວລາ​ຫຍູ້​ງຍາກ​ສຳລັບ​ປະ​ເທດ ​ເກຼກ“

   ພາຍຫຼັງລັດຖະບານ​ກຳ​ອຳນາດຊົ່ວຄາວ​ໄດ້ສາບານ​ຕົວ​ຮັບດຳລົງ​ຕຳ​ແໜ່​ງ, ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ລວມມີ​ສະມາຊິກ 300 ທ່ານ ​ໄດ້ຖືກ​ຮຽກ​​ໂຮມ ​ແລະ ຄາດ​ວ່າ​ຈະ​ຖືກ​ຍຸບ​ເລິກ​ໂດ​ຍ​ໄວ ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງຄັ້ງ​ໃໝ່.
ຂ່າວ/ບົດ​ອື່ນ