ລັດຖະບານຈັດ ກອງປະຊຸມ ປະຈຳເດືອນ11

ລັດຖະບານຈັດ ກອງປະຊຸມ ປະຈຳເດືອນ11 - ảnh 1
ພາບປະກອບ

(vovworld) – ວັນ​ທີ 2/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 11 ຂອງ​ລັດຖະບານ. ຕາມ​ບັນດາ​ສະມາ​ຊິກລັດຖະບານ​ແລ້ວ: ສະພາບ​​ເສດຖະກິດ ສັງຄົມ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຕັ້ງໜ້າ, ຖືກ​ທິດ, ພິ​ເສດ​ແມ່ນ​ໃນ​ການ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ດັດ​ຊະ​ນີລາຄາ​ໃຊ້​ສອຍ​ເດືອນ 11 ​ເພີ່ມ​ຂຶ້ນ 5,5% ​ເມື່ອ​ທຽບ​​ໃສ່​ເດືອນ 12/2012 ​ແລະ ຕຳ່ກ່ວາ​ຫຼາຍ​ເທື່ອ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 3 ປີ​ກ່ອນ. ການ​ສົ່ງ​ອອກ​​ເຕີບ​ໂຕ​ສູງ​ພໍ​ສົມຄວນດ້ວຍ​ກ່ວາ 121 ຕື້ USD, ​ເພີ່ມ​ຂຶ້ນ​ກ່ວາ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 11 ​ເດືອນ ປີ 2012. ໜີ້​ເສຍ, ສິນຄ້າ​ຄ້າງ​ສາງ​ກໍ່​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ.

    ​ແລະ​ກໍ່​ໃນ​ວາລະ​ປະຊຸມ​ນີ້, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປຶກສາ​ຫາລື, ປະກອບ​ຫຼາຍ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫລຸບ 5 ປີ​​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 (ຊຸດ​ທີ 10) ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ​ຊົນນະບົດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ:

    “ການນຳ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິກຳ​ແມ່ນ​ຂອດ​ຕັດສິນ​ຕົ້ນ​ຕໍ່​ເພື່ອ​ເພີ່ມ​ສະມັດ​ຕະພາບ​ການ​ຜະລິດ. ສະມັດ​ຕະພາບ​ການ​ຜະລິດ​ເພີ່ມ​ຂຶ້ນ ​ປະສິດທິ​ຜົນ​, ລາຍ​ຮັບ​ກໍ່ເພີ່ມ​ຂຶ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່ໄດ້​ຮັບ​ການ​ປັບປຸງ. ທີ 2 ​ແມ່ນ ມີ​ການ​ພົວພັນ​ຜະລິດ ​ແລະ​ ການຮ່ວມສຳພັນ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຢ່າງ​ເໝາະ​ສົມ​ຈະ​ສ້າງເປັນຜົນ​ກຳ​ໄລ​ສະ​ເລ່ຍ”

    ບາງ​ບັນຫາ​ສຳຄັນ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ແມ່ນ​ການ​ຄຸ້ມ​ຄອງ​​ແຜນກຳນົດການ​ລົງທຶນ​ກໍ່ສ້າງ, ​ການ​ເຄື່ອນ​ໄຫວ ​ແລະ ຂຸດ​ຄົ້ນ​​ເຂື່ອນໄຟຟ້າ​ນ້ຳຕົກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ສະ​ເພາະ​ກ່ຽວ​ກັບ​ຂົງ​ເຂດ​ນີ້​ໂດຍ​ໄວ.

ຂ່າວ/ບົດ​ອື່ນ