ລັດຖະບານຈັດກອງປະຊຸມ ປະຈຳເດືອນກໍລະກົດ 2019

(VOVWORLD) - ວັນທີ 01 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ກໍລະກົດ ຂອງລັດຖະບານ 2019. 

       ກອງປະຊຸມໄດ້ສຸມໃສ່ເຂົ້າບາງເນື້ອໃນຄື: ການຕີລາຄາສະພາບການປະຕິບັດມະຕິເລກທີ 01 ຂອງລັດຖະບານ, ສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມໃນເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີ 2019; ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຂຶ້ນກັບຄະນະກໍາມະການຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດ; ປະກອບຄຳເຫັນກ່ຽວກັບແຜນຮ່າງສັງລວມພັດທະນາເສດຖະກິດ, ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ, ເຂດເສດຖະກິດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄລຍະ 2021 – 2025 ແລະ ເນື້ອໃນອື່ນໆອີກ.

ລັດຖະບານຈັດກອງປະຊຸມ ປະຈຳເດືອນກໍລະກົດ 2019  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: chinhphu.vn)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ, ເບິ່ງລວມແລ້ວເສດຖະກິດສັງຄົມຂອງເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີ 2019 ແມ່ນມີຄວາມຕັ້ງໜ້າ, ເສດຖະກິດມະຫາພາກເປັນປົກກະຕິ, ບັນດາຂະແໜງ, ບັນດາຂົງເຂດສືບຕໍ່ພັດທະນາເປັນຢ່າງດີ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ. ບັນດາອົງການຈັດຕັ້ງສາກົນທີ່ມີຊື່ສຽງໄດ້ມີການຕີລາຄາເປັນຢ່າງດີກ່ຽວກັບແງ່ຫວັງຂອງຫວຽດນາມ. ດັດຊະນີການພັດທະນາແບບຍືນຍົງໃນປີ 2019 ຂອງຫວຽດນາມ ເພີ່ມຂຶ້ນ 3 ຂັ້ນ, ຖືກຈັດຢູ່ອັນດັບ 54/162 ແລະ ຢືນອັນດັບທີ 2 ໃນອາຊຽນ. ດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກເພີ່ມຂຶ້ນ 3 ຂັ້ນ, ຖືກຈັດຢູ່ອັນດັບທີ 24/129 ປະເທດ ແລະ ຢືນອັນດັບທີ 3 ໃນອາຊຽນ.

        ນອກນັ້ນ, ຂົງເຂດກະສິກຳສືບຕໍ່ຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ. ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢູ່ພາຍໃນປະເທດໄດ້ຮັບການຄັດເລືອກ, ຈັດອັນດັບຈາກສາກົນວ່າ ແມ່ນຈຸດນັດພົບແຖວໜ້າຢູ່ພາກພື້ນ ແລະ ໃນໂລກຄື: ຮ່າໂນ້ຍ, ໂຮ້ຍອານ…

        ກໍ່ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກສຳລັບພື້ນຖານເສດຖະກິດໃນນັ້ນມີການຜະລິດກະສິກຳ, ການເຕີບໂຕທາງດ້ານເສດຖະກິດ…

ກ່າວຄຳເຫັນສະຫລຸບກອງປະຊຸມປະຈຳເດືອນກໍລະກົດຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພວກເຮົາຕັດສິນໃຈປະຕິບັດສຳເລັດບັນດາຄາດໝາຍທີ່ວາງອອກໃນປີ 2019. ການເຕີບໂຕ GDP ສູ້ຊົນບັນລຸ 6,8%. ຄວບຄຸມໄພເງິນເຟີ້ຕ່ຳກ່ວາລະດັບ 4%. ຂ້າພະເຈົ້າສະເໜີບັນດາສະມາຊິກລັດຖະບານ ຕ້ອງຕິດຕາມເພື່ອຜັນຂະຫຍາຍມະຕິຂອງລັດຖະບານທີ່ວາງອອກທຸກຂັ້ນທຸກຂະແໜງການຕ້ອງຊີ້ນຳຢ່າງຂ້ຽວຂາດກ່ວາ ເພື່ອປະຕິບັດບັນດາໜ້າທີ່ປີ 2019 ໃຫ້ສຳເລັດຜົນ, ສ້າງທ່ວງທ່າໃຫ້ແຜນການປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ