ລັດຖະບານຈັດກອງປະຊຸມນັດສາມັນເດືອນ ກຸມພາ 2020

(VOVWORLD) -  ຕອນເຊົ້າວັນທີ 03 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນ ກຸມພາ 2020, ເພື່ອຕີລາຄາສະພາບການຕ້ານໂລກລະບາດ Covid-19 ແລະ ສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ.
ລັດຖະບານຈັດກອງປະຊຸມນັດສາມັນເດືອນ ກຸມພາ 2020  - ảnh 1 ລັດຖະບານຈັດກອງປະຊຸມນັດສາມັນເດືອນ ກຸມພາ 2020 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການໂລກລະບາດ, ຫວຽດນາມ ໄດ້ຟື້ນຟູເລື່ອງອອກ ວີຊາ ແລະ ຈະສືບຕໍ່ພິຈາລະນາບັນຫານີ້ ຖ້າຫາກໂລກລະບາດມີການຜັນແປຢ່າງສັບສົນຢູ່ບັນດາປະເທດ ເຊິ່ງ ຫວຽດນາມ ພວມຍົກເວັ້ນວີຊາ. ເຖິງວ່າຖືກຜົນເສຍຫາຍໃນຂົງເຂດການບິນກໍ່ຕາມ ແຕ່ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຫລົງລຶມຜົນປະໂຫຍດນີ້ ເພື່ອຈຳກັດຄົນຈາກເຂດຕິດເຊື້ອເດີນທາງເຂົ້າປະເທດ ເພື່ອປ້ອງກັນສຸຂະພາບຂອງປະຊາຊົນ.

        ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໂລກລະບາດບໍ່ພຽງແຕ່ສົ່ງຜົນກະທົບເຖິງ ຫວຽດນາມ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບເຖິງບັນດາປະເທດໃນໂລກອີກດ້ວຍ, ໃນນັ້ນ ສົ່ງຜົນກະທົບຫຍໍ້ທໍ້ເຖິງບັນດາປະເທດທີ່ເປັນຄູ່ຮ່ວມມືດ້ານການຄ້າ ແລະ ລົງທຶນໃຫຍ່ຂອງ ຫວຽດນາມ  ພ້ອມທັງກະທົບເຖິງການເຕີບໂຕ ແລະ ພັດທະນາ. ເຖິງຢ່າງໃດກໍ່ຕາມ, ສະພາບເສດຖະກິດເດືອນ ກຸມພາ ຂອງ ຫວຽດນາມ ມີສະຖຽນລະພາບໂດຍພື້ນຖານ. ພິເສດ, ການສົ່ງອອກຍັງເພີ່ມຂຶ້ນ; ກະສິກຳພັດທະນາເປັນປົກກະຕິ, ສັດລ້ຽງ, ສັດປີກຄ່ອຍໆໄດ້ຮັບການຄວບຄຸມກ່ຽວກັບເຊື້ອພະຍາດ.

ໂລກລະບາດ Covid-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຂະແໜງການບິນ, ທ່ອງທ່ຽວ, ການບໍລິການ, ພິເສດແມ່ນລະບົບມູນຄ່າ, ສະພາບຂາດຕອນວັດຖຸດິບສົ້ນເຂົ້າ ໄດ້ກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ສະພາບການເສດຖະກິດ, ສັງຄົມໃນເດືອນ ກຸມພາ ຍັງໄດ້ຮັບການຮັກສາເປັນປົກກະຕິຢູ່. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານປຶກສາຫາລືຢ່າງລະອຽດ, ສະເໜີ ແລະ ເປັນເອກະພາບບັນດາມາດຕະການເຕັກນິກດ້ານການເງິນ, ທະນາຄານ ແລະ ບັນດາມາດຕະການອື່ນໆເພື່ອມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສິ່ງສະດວກໃຫ້ແກ່ການເຄື່ອນໄຫວການຜະລິດ, ດຳເນີນທຸລະກິດ, ຕັດສິນໃຈປະຕິບັດເປົ້າໝາຍພັດທະນາເສດຖະກິດ, ສັງຄົມທີ່ໄດ້ວາງອອກ.

          ທີ່ກອງປະຊຸມ, ລັດຖະບານກໍ່ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍຫຼາຍສະບັບ.

          ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 03 ມີນາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫາກໍ່ມີເອກະສານຝາກເຖິງການນຳບັນດາອົງການສາສະໜາ ກ່ຽວກັບເລື່ອງສືບຕໍ່ເຂົ້າຮ່ວມການປ້ອງກັນ, ຄວບຄຸມໂລກລະບາດ Covid-19. ໃນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ສະເໜີໃຫ້ບັນດາອົງການຈັດຕັ້ງສາສະໜາ, ອົງການຈັດຕັ້ງສາສະໜາຂຶ້ນກັບສູນກາງ ສືບຕໍ່ສົມທົບກັບບັນດາອົງການ, ຂະນະ, ຂະແໜງການ, ແນວໂຮມປະເທດຊາດ… ຍູ້ແຮງບັນດາການເຄື່ອນໄຫວເຂົ້າຮ່ວມການປ້ອງກັນ, ຄວບຄຸມໂລກລະບາດ Covid-19.

ຕອບກັບ

ຂ່າວ/ບົດ​ອື່ນ