ລັດຖະບານຈັດກອງປະຊຸມປະຈຳເດືອນ 12

ລັດຖະບານຈັດກອງປະຊຸມປະຈຳເດືອນ 12 - ảnh 1
ລັດຖະບານ​ຈັດ​ກອງ​ປະຊຸມ​ປະຈຳ​ເດືອນ 12
(ພາບ: baocongthuong.com.vn)


(vovworld) -     ​ ຕອນ​ບ່າຍວັນ​ທີ 26/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 12 ຂອງ​ລັດຖະບານ ​ແລະ ​ນີ້​ແມ່ນ​ວາລະ​ປະຊຸ​ມຄັ້ງ​ສຸດ​ທ້າຍ​ໃນ​ປີ 2012. ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ໃບ​ຍື່ນ​ສະ​ເໜີຂອງ​ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ແຜນ​ຮ່າງ “ກຳນົດ​ທິດ​ຍົດ​ສູງ​ປະສິດທິ​ຜົນ​ການ​ດຶງ​ດູດ, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຮອດ​ປີ 2020” ​ແລະ ບາງບັນຫາທີ່​ຍັງ​ຄົງ​ຄ້າງ​​ໃນປະ​ຈຸ​ບັນ​ໃນການ​ເຄື່ອນ​ໄຫວ​ລົງທຶນ​ຕ່າງປະ​ເທດ. ບົນ​ພື້ນຖານ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຫັນ​ດີ​ກັບ​ຂໍ້​ສັງ​ເກດ​ວ່າ ມາ​ຮອດ​ຈຸດ​ເວລາ​ນີ້ນະ​ໂຍບາຍ​ດຶງ​ດູດການ​ລົງທຶນ​ໂດຍກົງ​ຈາກ​ຕ່າງປະ​ເທດ​ບໍ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ ​ແລະ ​ ​ສະ​ແດງ​​ໃຫ້​ເຫັນ​ຂໍ້​ຈຳກັດ​ຫຼາຍ​ຢ່າງ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ​.

        “ກຳນົດ​ທິດ​​ຄາດໝາຍຄວາມ​ຮຽກຮ້ອງ​ດຶງ​ດູດ​ການ​ລົງທຶນ​ຈາກຕ່າງປະ​ເທດ​ເປັນ​ເອກະ​ພາບ​ສູງ, ​ ​ບໍ່​ສ້າງ​ເງື່ອນ​ໄຂ​ໃຫ້ບັນ​ດາ​ໂຄງການ​ລົງທຶນ​​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຕໍ່າ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ພະລັງງານ​ຫຼາຍ ​ແລະ ພຽງ​​ແຕ່ດຶງ​ດູດ​ຄົນ​ງານ​ທີ່​ມີ​ລະດັບ​ຕໍ່າ. ປະຈຸ​ບັນ, ຕ້ອງ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ສູງ​ມີ​ຜົນ​ປະ​ໂຫຍ​ດລວມ. ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ​ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ, ຍົກ​ສູງ​ກຳລັງແກ່ງ​ແຍ້ງ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ, ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.”

        ບັນດາ​ສະມາຊິກ​ລັດຖະບານ ກໍ່​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​​ໂຄງການ​ແກ້​ໄຂ​ໜີ້​ເສຍ​ຂອງ​ລະບົບ​ບັນດາ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ ​ແລະ ​ແຜນ​ຮ່າງ​ສ້າງ​ຕັ້ງ​ບໍ່​ລິ​ສັດ​ຄຸ້ມ​ຄອງ​ຊັບ​ສົມບັດ.

ຂ່າວ/ບົດ​ອື່ນ