ລັດຖະບານຈັດກອງປະຊຸມສະໄໝສະມັນປະຈຳເດືອນພຶດສະພາ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມສະໄໝສາມັດປະຈຳເດືອນພຶດສະພາຂອງລັດຖະບານໃນວັນທີ 3 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດາສະມາຊິກ ລັດຖະບານຊາບໝາກຜົນອັນດີງາມ, ຮອບດ້ານຂອງການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ.
 
ລັດຖະບານຈັດກອງປະຊຸມສະໄໝສະມັນປະຈຳເດືອນພຶດສະພາ - ảnh 1 ກອງປະຊຸມສະໄໝສາມັນຂອງລັດຖະບານ

ສຳລັບດ້ານເສດຖະກິດ ສັງຄົມ ໃນເດືອນພຶດສະພາ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາມີຫຼາຍສິ່ງສະດວກທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ເພື່ອເປັນທ່າເຕີບໂຕ. ບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງໃຫ້ເຫັນມີຫຼາຍຈຸດຕັ້ງໜ້າຄື: ໄພເງິນເຟີ້ສືບຕໍ່ໄດ້ຖືກຄວບຄຸມ, ການດຶງດູດ FDI ແລະ ການບໍລິການທ່ອງທ່ຽວເຕີບໂຕເປັນຢ່າງດີ, ເລື່ອງແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດກໍ່ໄດ້ຮັບການຜັນຂະຫຍາຍຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດຍັງມີສິ່ງທ້າທາຍຫຼາຍຢ່າງ. ກ່ຽວກັບໜ້າທີ່ເຕີບໂຕ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ກ່ອນອື່ນໝົດແມ່ນຍູ້ແຮງການຜະລິດດຳເນີນທຸລະກິດໃນບັນດາຂົງເຂດ. ທີ່ສອງແມ່ນການປ່ອຍເງິນລົງທຶນ, ເຊິ່ງແມ່ນຂອດອ່ອນດ້ອຍ. ໄລ່ມາຮອດປະຈຸບັນສາມາດປ່ອຍເງິນໄດ້ພຽງ 30% ເທົ່ານັ້ນ. ທີສາມແມ່ນ, ຕ້ອງປ່ອຍສິນເຊື່ອໃນໄຕມາດນີ້ແມ່ນເທົ່າໃດ, ຂົງເຂດໃດ. ຈິດໃຈປ່ອຍສິນເຊື່ອເພີ່ມ 18%, ແຕ່ໃນປະຈຸບັນໄດ້ພຽງ 5%, ຫາກບໍ່ຄວນປະປ່ອຍຮອດໄລຍະທ້າຍປີ.”

ຕອບກັບ

ຂ່າວ/ບົດ​ອື່ນ