ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນທັນວາ

(VOVWORLD) -ຕອນບ່າຍວັນທີ 29 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນທັນວາ ຂອງລັດຖະບານ ຊຶ່ງໄດ້ປຶກສາຫາລືກ່ຽວກັບວຽກງານສ້າງລະບອບລະບຽບການ ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ
       ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນທັນວາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ຈັດຕັ້ງປະຕິບັດຄຳສັ່ງກ່ຽວກັບການຍົກສູງຄຸນນະພາບວຽກງານການສ້າງລະບົບກົດໝາຍໃຫ້ສົມບູນແບບ, ເພີ່ມທະວີປະສິດທິຜົນ ການປະຕິບັດກົດໝາຍ; ພະນັກງານ, ຂະແໜງການເປັນເຈົ້າການສົມທົບປັບປຸງບັນດາຮ່າງກົດໝາຍທີ່ສະພາແຫ່ງຊາດຊຸດທີ 14 ໄດ້ໃຫ້ຄຳເຫັນຢູ່ທີ່ກອງປະຊຸມຄັ້ງທີ 10, ສຸມໃສ່ຮຽບຮຽງ, ຍື່ນສະເໜີບັນດາຮ່າງກົດໝາຍທີ່ຂຶ້ນກັບໂຄງການສ້າງກົດໝາຍປີ 2021.

    ທີ່ກອງປະຊຸມ, ລັດຖະບານຍັງປຶກສາຫາລືຮ່າງດຳລັດກ່ຽວກັບການກຳນົດມາດຖານຄວາມທຸກຍາກຫຼາຍສົ້ນແຫ່ງຊາດໄລຍະ 2021-2025. ສະເໜີສ້າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ ສະບັບປັບປຸງ ແລະ ເອກະສານອື່ນໆອີກບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ