ລັດຖະບານຈັດວາລະ ປະຊຸມປະຈຳເດືອນ 6/2014

ລັດຖະບານຈັດວາລະ ປະຊຸມປະຈຳເດືອນ 6/2014 - ảnh 1
ລັດຖະບານ​ຈັດ​ວາລະ​ປະຊຸມ​ປະຈຳ​ເດືອນ6/2014
(ພາບ: VGP/Nhật Bắc)

(vovworld) –  ຕອນ​ເຊົ້າ​ວັນ​ທີ 30/6, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​​ເປັນ​ປະທານ​ວາລະ​ປະຊຸມຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ປະຈຳ​ເດືອນ 6 ຂອງ​ລັດຖະບານ ກັບ​ການ​ນຳ​ທັງ​ໝົດ​ຂອງ​​ທ້ອງ​ຖີ່​ນຕ່າງໆພາຍ​ໃນ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ: ວາລະ​ປະຊຸມ​ຄັ້ງ​ນີ້​​ສຸມ​ໃສ່​ທົບ​ທວນຄືນ, ຕີ​ລາຄາ​ສະພາບ​ການ​ເສດຖະກິດ, ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ໃນ 6 ​ເດືອນ​ຕົ້ນ​ປີ 2014, ຈາກ​ນັ້ນ ​ໄດ້ກຳນົດ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຈຳ​ເປັນ​ຄວນສຸ​ມ​ໃສ່ຊີ້​ນຳ​ເພື່ອ​ປະຕິບັດ​ບັນດາ​ຈຸ​ດໝາຍ, ໜ້າ​ທີ່​ໃນ 6 ​ເດືອນທ້າຍ​ປີ​ຢ່າງ​ມີ​ໄຊ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ວາລະ​ປະຊຸມ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ​ພິ​ເສດ ຍ້ອນ​ວ່າ​ແຕ່​ຕົ້ນ​ເດືອນ 5 ມາ​ຮອດ​ປະຈຸ​ບັນ, ຈີນ ​ໄດ້​ຕັ້ງຮ້ານ​​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ການ​ກະທຳ​ນີ້​ຂອງ ຈີນ ບໍ່​ພຽງ​ແຕ່ແມ່ນ​ການ​ລ່ວງ​ລ້ຳ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ຂອງ ຫວຽດນາມ, ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ຂອງ​ປະ​ເທດ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ມິດຕະພາບ ຫວຽດນາມ ຈີນ ຢ່າງ​ຮ້າຍ​ແຮ​ງ​ເທົ່າ​ນັ້ນ ຫາກ​ຍັງ​ນາບ​ຂູ່​ຢ່າງ​ໜັກໜ່ວງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ໃນ​ພາກພື້ນ​ອີກດ້ວຍ.

    ​ໃນ​ສະພາບ​ການ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ລັດຖະບານ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ ​ແລະ ການ​ນຳ​ທ້ອງ​ຖີ່​ນຕ່າງໆ​ຕ້ອງ​ພ້ອມ​ກັນ​ມານະ​ພະຍາຍາມ​ຢ່າງ​ສູ​ງສຸດ, ດ້ວຍ​ມາດ​ຕະການ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ​ເພື່ອ​ສືບ​ຕໍ່​ຢືດໝັ້ນ​, ​ເດັດດ່ຽວ​ຕໍ່ສູ້​ປົກປັກ​ຮັກສາອະທິປະ​ໄຕ​ເຂດ​ທະ​ເລຂອງ​ປະ​ເທດ​ຊາດ, ທັງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາ​ມສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ດ້ວຍ​ທຸກໆ​ມາດ​ຕະການ​ເໝາະ​ສົມ.

    ກ່ຽວຂ້ອງ​ເຖິງ​ໝາກຜົນ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ່ຍ​ກວາງ​ວີ​ງ ຢືນຢັນ​ວ່າ: 6 ​ເດືອນ​ຕົ້ນ​ປີ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນ ບັນລຸ​ໄດ້​ຫຼາຍ​ໝາກຜົນ​ຕັ້ງໜ້າ. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ດັດ​ສະ​ນີລາ​ຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ບໍ່​ຫຼາຍ, ລາຄາ​ຕະຫຼາ​ດ​ໄດ້​ຮັບປະກັນ​ເປັນ​ປົກກະຕິ, ການ​ສະໜອງ ​ແລະ ຄວາມ​ຕ້ອງການ​ສິນຄ້າ​ໄດ້​ຮັບ​ປະກັນ. ການ​ສົ່ງ​ອອກ​ຍັງ​ຮັກສາ​ທ່າ​ເຕີບ​ໂຕ​ສູງ ​ແລະ ສືບ​ຕໍ່​ມີ​ການ​ສົ່ງ​ອອກ​ເກີນ​ດຸ່ນ. ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, GDP ​ໄຕ​ມາດ​ທີ 2 ​ເພີ່ມ​ຂຶ້ນ​ສູງ​ກ່ວາ​ໄຕ​ມາ​ດທີ 1 ​ແລະ ຄາດ​ວ່າ 6 ​ເດືອນຕົ້ນ​ປີ​ບັນລຸ 5,18% ​ເພີ່ມ​ຂຶ້ນ​ສູງ​ກ່ວາ​​ເມື່ອ​ທຽບ​ໃສ່​ລະດັບ​ເຕີບ​ໂຕ​ຂອງ​ໄລຍະ​ດຽວ​ກັນ​ຂອງປີ​ກ່ອນ.

 



ຂ່າວ/ບົດ​ອື່ນ