ລັດຖະບານຊີ້ນຳຕ້ອງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ປະຊາຊົນເຂດໄຟຟ້ານ້ຳຕົກເຊີນລາສຳເລັດໃນປີນີ້

ລັດຖະບານຊີ້ນຳຕ້ອງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ປະຊາຊົນເຂດໄຟຟ້ານ້ຳຕົກເຊີນລາສຳເລັດໃນປີນີ້ - ảnh 1
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ
ພາບ:chinhphu.vn

(vovworld)-  ​ຕອນ​ເຊົ້າ​ວັນ​ທີ 11/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊີນ​ລາ, ລາຍ​ເຈົາ ໄດ້​ເປັນ​ປະ​ທານ​ການ​ປະ​ຊຸມ​ຄະ​ນະ​ຊີ້​ນຳ ເພື່ອ​ແກ້​ໄຂ​ບັນ​ດາ​ບັ​ນ​ຫາ​ຍັງ​ຄົງ​ຄ້າງ​ເພື່ອກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃຫມ່​ໃຫ້​ແກ່​ປະ​ຊາ​ຊົນ​ຢູ​່​ເຂດ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊີນ​ລາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ສະ​ເຫນີ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຕ້ອງ​ສຳ​ເລັດໂຄງ​ການກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃຫມ່ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ປີນີ້, ຕ້ອງ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ດີກວ່າ​ບ່ອນ​ອາ​ໄສ​ເກົ່າ.

ຂ່າວ/ບົດ​ອື່ນ