ລັດຖະບານຊີ້ນຳພັດທະນາເສດຖະກິດ, ສັງຄົມປີ 2014

ລັດຖະບານຊີ້ນຳພັດທະນາເສດຖະກິດ, ສັງຄົມປີ 2014 - ảnh 1
ກອງ​ປະຊຸມ​​ຊີ້​ນຳ​​ພັດທະນາ​ເສດຖະກິດ, ສັງຄົມ​ປີ 2014
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 23/12, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກັບ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2014. ​ເຂົ້າ​ຮ່ວມ​ກອງະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ ມີ​ການ​ນຳ​ຫຼັກ​​ແຫຼ່ງຂອງ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

        ຮ່າງ​ມະຕິ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຕົ້ນ​ຕໍ່​ໃນການຊີ້​ນຳ, ບໍລິຫານ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2014 ຊີ້​ແຈ້ງວ່າ, ລັດຖະບານຮຽກຮ້ອງ​​ໃຫ້ບັນດາ​ກະຊວງ, ອົງການ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ສຸມ​ໃສ່​ຊີ້​ນຳ ບໍລິຫານ, ຈັດ​ຕັ້ງ​ປະຕິບັດ 9 ໝວດ​ໜ້າ​ທີ່​ມາດ​ຕະການ​ແກ້​ໄຂຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ສຸມ​ໃສ່​​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸ້ມ​ໄພ​ເງິນ​ເຟີ້, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ພ້ອມ​ທັງ​ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາບ, ປະ​ສິດທິ​ຜົນ, ກຳລັງ​ແກ່ງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ.

        ​ໃຫ້​ຄຳ​ເຫັນຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖິ່ນ​ ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ສະພາບ​ເສດຖະກິດ, ສັງຄົມ ​ແລະ ສຳ​ຫຼວດກວດກາ​ວຽກ​ງານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ໃນ​ປີ 2013, ນັບ​ທັງ​ດ້ານ​ດີ, ດ້ານ​ອ່ອນ​ ​ແລະ ຂໍ້​ຈຳກັດ, ​ເພື່ອ​ເປັນ​ເອກະ​ພາບ​ສະຕິ​ຄວາມ​ຮູ້ ​ແລະ ​ການເຄື່ອນ​ໄຫວ​ຕາມ​ມະຕິ​ຂອງ​ລັດຖະບານ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ບັນດາ​ຈຸດໝາຍ, ຄາດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ຢ່າງ​ມີ​ໄຊ.

        ຕາມ​ແຜນການ​ເຮັດ​ວຽກ​, ວາລະ​ປະຊຸມ​ລັດຖະບານ​ກັບ​ບັນດາ​ທ້ອງ​ຖິ່ນ​ຈະ​ດຳ​ເນີນ​ ເປັນ​ເວລາ 2 ວັນ. ສິ້ນ​ສຸດ​ກອງ​ປະຊຸ​ມ, ລັດຖະບານ​ຈະ​ປະກາດ​​ໃຊ້ມະຕິ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊີ້​ນຳ, ບໍລິຫານ​ໃນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບ​ປະມານ​​ແຫ່ງ​ລັດ​ປີ 2014 ​ເພື່ອ​​ຜັນ​ຂະຫຍາຍ​ຢ່າງເປັນ​ເອກະ​ພາບໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ