ລັດຖະບານຊີຣີເຫັນດີຕໍ່ຂໍ້ຕົກລົງຢຸດຍິງໃໝ່

ລັດຖະບານຊີຣີເຫັນດີຕໍ່ຂໍ້ຕົກລົງຢຸດຍິງໃໝ່ - ảnh 1
ການປະທະກັນຢູ່ ຊີຣີ
(ພາບ: TTXVN)

(vovworld) - ​ ​ ລັດຖະບານ ຊີຣີ ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ຢຸດ​ຍິງ ​ໂດຍ​ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເປັນ​ຄົນກາງ​ໄກ່​ເກ່ຍ ​ແລະ ຈະ​ຢຸດຕິ​ບັນດາ​ການ​ກະທຳປະ​ທະ​ກັນຢູ່​ນະຄອນ​ພາກ​ເໜືອ Aleppo ​ຍ້ອນ​ເຫດຜົນ​ມະນຸດສະທຳ. ​ໃນ​ຂະນະ​ນັ້ນ ຄະນະ​ກຳມະການ​ເຈລະຈາ​ຂັ້ນສູງ (HNC), ກຳລັງ​ຝ່າຍ​ຄ້ານຕົ້ນຕໍ​ຢູ່ ຊີຣີ ​ໃຫ້​ຮູ້​ວ່າ: ຍັງ​ບໍ່​ທັນ​ໄດ້​ຮັບ​​ເອກະສານ​ທາງ​ການ​ຂອງ​ຂໍ້​ຕົກ​ລົງດັ່ງກ່າວ​ເທື່ອ.

        ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kerry ​ເປັນ​ຄົນ​ກາງໄກ່​ເກ່ຍ​ທີ່​ບັນລຸ​ໄດ້​ໃນ​ຮຸ່ງ​ເຊົ້າວັນ​ທີ 10/09 ພາຍຫລັງ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 13 ​ຊົວໂມງ ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ. ຂໍ້​ຕົກລົງ​ມີລັກສະນະ​ບຸກທະລຸ​ນີ້ ຮຽກຮ້ອງຢຸດຕິ​ການ​ປະ​ທະ​ກັນ​ໃນ​ທົ່ວ​ປະ​ເທດ ຊີຣີ ​ແລະ ​ເພີ່ມ​ທະວີ ການ​ອຸປະຖຳ​ມະນຸດສະທຳ​ໃຫ້​ນະຄອນ Aleppo. ຄາດ​ຄະ​ເນ​ວ່າ ຄຳ​ສັ່ງ​ຢຸດ​ຍິງ​ຄັ້ງ​​ໃໝ່​ນີ້ ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່ 0 ​ໂມງ ວັນ​ທີ 12/09.


ຂ່າວ/ບົດ​ອື່ນ