ລັດຖະບານດຳເນີນກອງປະຊຸມປະຈຳເດືອນ4/2014

ລັດຖະບານດຳເນີນກອງປະຊຸມປະຈຳເດືອນ4/2014 - ảnh 1
ກອງ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານຫວຽນາມ
photo:chinhphu.vn


(vovworld)- ວັນ​ທີ 29/4, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານ. ​ເມື່ອ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໃຫ້​ຂໍ້ສັງ​ເກດ​ວ່າ: ສະພາບ​ການ​ເສດຖະກິດ​ສັງຄົມ ​ໃນ 4 ​ເດືອນ​ຕົ້ນ​ປີ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ທຸກ​ຂົ​ງ​ເຂດ. ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້​ສາມາດຄວບ​ຄຸມ​ຢູ່ໃນລະດັບຕຳ່​ກວ່າ​ 6%, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ, ການ​ສະສົມ​ເງິນຕາ​ຕ່າງປະ​ເທດ​ ​ແມ່ນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ.

ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຈົ່ງ​ສຸ​ມ​ໃສ່​ຢ່າງ​ຂ້ຽວຂາດ​ເພີ່ມຄວາມ​ຕ້ອງການຂອງ​ພື້ນຖານ​ເສດຖະກິດ​ເພ່ືອ​ຮັບປະກັນ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ ຜ່ານ​ການ​ຍູ້​​ໄວ​ປ່ອຍ​ເງິນ​ລົງທຶນ​ຈາກ​ງົບປະມານ, ທຶນ ODA ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ປ່ອຍ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ປະຕິບັດ​ວຽກ​ງານ​ບຸກ​ເບິ​ກຫນ້າ​ພຽງ​ໃຫ້​ແກ່​ບັນດາ​ໂຄງການ​ຄົມມະນາຄົມ​ຈຸດ​ສຸມ​ຢ່າງ​ຂ້ຽວຂາດ ​ແລະ ຮັບ​ປະກັນ​ທຶນ​ສົມທົບ ODA; ທະນາຄານ​ແຫ່ງ​ລັດ ກວດກາ​ຄືນ​ບັນດາ​ລະບຽບ​ການ, ກົນ​ໄກ​ປ່ອຍ​ເງິນຕາ​ມ​ຈິດ​ໃຈສະຫນັບສະຫນູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ບ້ວງ​ສິນ​ເຊື່ອ ພ້ອມ​ກັບ​ແກ້​ໄຂ​ຫນີ້​ເສຍຢ່າງ​ຂ້ຽວຂາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

“ການຈະ​ເລີ​ນ​ເຕີບ​ໂຕ, ວຽກ​ເຮັດ​ງານ​ທຳ ​ແມ່ນ​ອີງ​ໃສ່​​ເລື່ອງ​ເພີ່ມ​ຄວາມ​ຕ້ອງການ. ດັ່ງນັ້ນ ຕ້ອງ​ສຸມ​ໃສ່​ເພີ່ມ​ການ​ປ່ອຍ​ເງິນ, ​ເພີ່ມ​ເຫລືອ​ຫນີ້​ສິນ​ເຊື່ອ​ເພື່ອ​ເພີ່​ມຄວາມ​ຕ້ອງການ. ​ໃນ​ເງື່ອນ​ໄຂ​ເສດຖະກິດ​ມະຫາ​ພາກ, ລາຄາ​ຕຳ່​ຄື​ປະຈຸ​ບັນ​ແມ່ນ​ມີ​ຄວາມ​ສະດວກ​ແລ້ວ. ​ຍູ້​ໄວການ​ປ່ອຍ​ເງິນລົງທຶນ​ພື້ນຖານ​ໂຄງ​ລ່າງ​ຕິດ​ພັນ​ກັບ​ການ​ຮັບປະກັນ​ຄຸນ​ນະພາ​ບກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ຄຸນ​ນະພາ​ບສິນ​ເຊື່ອ.”

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ພ້ອມ​ກັນ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ກ່ອນ​ອື່ນ​ໝົດ ​ແມ່ນ​ສຸມ​ໃສ່​ເພີ່ມ​ທະວີ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ຊຸກຍູ້​ຕະຫລາດ​ອະສັງຫາລິມະ​ຊັບ ​ແລະ ​ເຮືອນ​ຢູ່​ໃຫ້​ພັດທະນາ.

ຂ່າວ/ບົດ​ອື່ນ