ລັດຖະບານຕັດສິນໃຈຍູ້ແຮງວິວັດການປະກັນສຸຂະພາບທົ່ວປວງຊົນ

ລັດຖະບານຕັດສິນໃຈຍູ້ແຮງວິວັດການປະກັນສຸຂະພາບທົ່ວປວງຊົນ - ảnh 1
ກອງ​ປະຊຸມ ຈັດ​ຕັ້ງ​ໃນ​ວັນ​ທີ 4/3
(ພາບ: VGP/Nhật Bắc)

(vovworld) - ຕອນ​ເຊົ້າ​ວັນ​ທີ 4/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ກັບ​ບັນດາ​ຮອງ​ນາຍົກລັດຖະມົນຕີ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທີ່​ກ່ຽວຂ້ອງ, ​ເພື່ອ​ຮັບ​ຟັງການ​ນຳ​ກະຊວງສາທາລະນະ​ສຸກ ​ແລະ ປະກັນ​ສັງຄົມ, ລາຍ​ງານ​ສະພາບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ ​ແລະ ​ແຜນ​ຮ່າງ​ປະຕິບັດ ວິວັດ​ການ​ປະກັນສຸຂະພາບ​ທົ່ວ​ປວງ​ຊົນ, ​ໄລຍະ 2012-2015 ​ແລະ ​ເຖິງ​ປີ 2020. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​, ​ເນັ້ນ​ໜັກ​ວ່າ, ປະກັນສຸຂະພາບ​ທົ່ວ​ປວງ​ຊົນ ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ລັດ, ມີ​ຄວາມ​ໝາຍ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ການ​ສົ່ງ​ເສີມ​ສຸຂະພາບ, ຊີວິດ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ທຸກ​ຍາກ, ແມ່ນ​ບາດກ້າວ​ປະຕິບັດ​ຄວາມ​ສະ​ເໜີ​ພາບ, ຄວາມ​ຍຸຕິ​ທຳ​​ສັງຄົມ​ໃນ​ການ​ສຳຜັດ​ການ​ບໍລິການ​​ໂດຍ​ພື້ນ​ຖານ​ຕ່າງໆ​ຂອງ​ມະນຸດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ, ຕ້ອງ​ສຸມ​ໃສ່ປະຕິບັດຕົວ​ເລກ​ຄາດໝາຍ​ປະກັນ​ສັງຄົມ​ທົ່ວ​ປວງ​ຊົນ​ທີ່​ໄດ້​ວາງ​ອອກ ນັບ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ສູ້​ຊົນ​ຮອດ​ປີ 2015 ອັດຕາ​ສ່ວນ​ຜູ້ນຳ​ໃຊ້ບັດປະກັນ​ສຸຂະພາບ​ບັນລຸ​ໄດ້ 75% ຈຳນວນ​ພົນລະ​ເມືອງ ​ແລະ ຮອດ​ປີ 2020 ຢ່າງ​ໜ້ອຍ​ສຸດ​ແມ່ນ 80%. ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ​ໃຫ້​ໄດ້​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

        “ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທຸກ​ຂັ້ນ, ກ່ຽວ​ກັບ​ໜ້າ​ທີ່​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ນີ້​ແມ່ນ​ໜ້າ​ທີ່​ສຳຄັນ​ພິ​ເສດ, ​ເພາະວ່າ​ນີ້​ແມ່ນ​ຊີວິດ, ​ແມ່ນ​ສຸຂະພາບ​ຂອງ​ມະນຸດ ​ແລະ ​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ແມ່ນ​ມະນຸດ

        ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນສຸມ​ໃສ່​ກໍ່ສ້າງ ​ແລະ ຊີ້​ນຳ​ການ​ຜັນ​ຂະຫຍາຍ​ແຜນການ, ​ໂຄງການ​ດຳ​ເນີນ​ງານຢ່າງ​ລະອຽດ ​ເພື່ອ​ປະຕິບັດວິວັດ​ການ​ປະກັນສຸຂະພາບ​ທົ່ວ​ປວງ​ຊົນ.


ຂ່າວ/ບົດ​ອື່ນ