ລັດຖະບານຕັດສິນໃຈສ້າງບາດກ້າວຫັນປ່ຽນຢ່າງຈະແຈ້ງໃນວຽກງານຄວບຄຸມລາຄາ ແລະ ການຫັນລັດວິສາຫະກິດເປັນຫຸ້ນສ່ວນ

ລັດຖະບານຕັດສິນໃຈສ້າງບາດກ້າວຫັນປ່ຽນຢ່າງຈະແຈ້ງໃນວຽກງານຄວບຄຸມລາຄາ ແລະ ການຫັນລັດວິສາຫະກິດເປັນຫຸ້ນສ່ວນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູ້ງ)

(vovworld) - ​ທີ່ການ​ເຮັດ​ວຽກກັບ​ກຸ່ມ​ນັກຊ່ຽວຊານ​ໃຫ້​ຄຳປຶກສາ​ເພື່ອ​ປຶກສາ​ຫາລືວິທີ​ຜັນ​ຂະຫຍາຍ​ບັນດາໜ້າທີ່, ວິທີ​ແກ້​ໄຂ​ຕົ້ນຕໍ່​​ໃນການຊີ້ນຳບໍລິຫານ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014, ຊຶ່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22/1 ທີ່ ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູ້ງ ຕີ​ລາຄາ​ສູງ,​ ຮັບຮູ້​ບັນດາ​ຄຳ​ເຫັນ,​ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຊ່ຽວຊານ​ເພື່ອ​ປະກອບສ່ວນ​ວາງ​ແຜນ​ກຳນົດນະ​ໂຍບາຍ​​ໃຫ້​ນັບ​ມື້ນັບ​ໃກ້ຊິດ​ກັບ​ພຶດຕິ​ກຳຕົວ​ຈິງ, ປະກອບສ່ວນ​ຍົກ​ສູງປະສິດ​ທິຜົນການ​ຊີ້ນຳ, ການ​ບໍລິຫານຂອງ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ນັ້ນໜັກວ່າ: ລັດຖະບານ​ຕັດສິນ​ໃຈສ້າງ​ບາດກ້າວຫັນປ່ຽນ​ໃນ​ວຽກງານ​ການ​ຄວບ​ຄຸມ​ລາຄາ ​ແລະ ການ​ຫັນ​ລັດ​ວິ​ສາຫະກິດເປັນ​ຫຸ້ນ​ສ່ວນ​,​ ພິ​ເສດ​ແມ່ນ​ຢຸດຕິ​ສະພາບ​​ລັດ​ຕ້ອງ​ຖົມ​ຂຸມ​ລາຄາ​ສິນຄ້າ​​ລັດພຽງ​ແຕ່ໜຸນຊ່ວຍ​ໂດຍ​ກົງ​ໃຫ້​ຜູ້​ທຸກ​ຍາກ ​ແລະ ບັນດາ​ເປົ້າໝາຍນະ​ໂຍບາຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ກໍ່​ໃຫ້​ຮູ້​ວ່າ: ລັດຖະບານພວມ​ສຸມ​ໃສ່ຍູ້​ໄວ​ວິວັດ​ການເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​​ເສລີກັບ​ບັນດາ​ປະ​ເທດ ​ແລະ ພາກພື້ນເພື່ອ​ເປີດ​ກວ້າງຕະຫຼາດສົ່ງ​ອອກ​ສິນຄ້າຕືມອີກ, ສ້າງ​ກຳລັງ​ໜູນເພື່ອຍູ້​ແຮງ​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ປັບປຸງ​ລະບອບ​ເສດຖະກິດ​ຕະຫຼາດ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ ​ແລະ ​ເພີ່ມ​ທະວີ​​ປະຊາທິປະ​ໄຕ​ໃນ​ເສດຖະກິດ.

ຂ່າວ/ບົດ​ອື່ນ