ລັດຖະບານຕວກກີ ກ່າວເຕືອນ ຈະໃຊ້ທະຫານເພື່ອຢຸດຕິການປະທ້ວງ

ລັດຖະບານຕວກກີ ກ່າວເຕືອນ ຈະໃຊ້ທະຫານເພື່ອຢຸດຕິການປະທ້ວງ - ảnh 1
ລັດຖະບານ​ຕວກກີ ​ໄດ້​ກ່າວ​ເຕືອນວ່າ ອາດຈະ​ນຳ​ໃຊ້​ກຳລັງ​
ກອງທັບ​ເພື່ອ​ຍຸບ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ
(ພາບ: Fox News)


(vovworld) - ວັນ​ທີ 17/06, ລັດຖະບານ​ຕວກກີ ​ໄດ້​ກ່າວ​ເຕືອນວ່າ ອາດຈະ​ນຳ​ໃຊ້​ກຳລັງ​ ກອງທັບ​ເພື່ອ​ຍຸບ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 3 ອາທິດ​ໃນ​ທົ່ວ​ປະ​ເທດ, ​ໃນ​ຂະນະ​ທີ່​ 2 ອົງການ​ກຳມະບານ​ໃຫຍ່​ແມ່ນ KESK ​ແລະ DISK ພ້ອມ​ກັນດຳ​ເນີນນັດນຢຸດ​ງານ​ເພື່ອ​ຄັດ​ຄ້ານຕຳຫຼວດ​ໃຊ້​ຄວາມ​ຮຸນ​ແຮງ​ເພື່ອ​ຍຸບ​ເລີກບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ. ກ່າວ​ຄຳ​ເຫັນ​​ທາງໂທລະພາບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຕວກກີ Bulent Arinc ຖະ​ແຫຼ​ງວ່າ ຕຳຫຼວດ “ຈະ​ໃຊ້​ທຸກ​ກຳລັງ​ແຮງ​ຂອງ​ຕົນ” ​ເພື່ອ​ຢຸດຕິ​ສະພາບ​ການ​ວຸ້ນວາຍ ​ແລະ ຖ້າ​ຫາກ​ຍັງ​ບໍ່​ທັນ​ພຽງ​ພໍ່, ລັດຖະບານ “ອາດ​ຈະ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ຢູ່​ບັນດາ​ນະຄອນ”. ​ເລື່ອງ​ຜັນ​ຂະຫຍາຍ​ກອງທັບ, ຖ້າ​ຫາກ​ເກີດ​ຂຶ້ນ​ຈະ​ແມ່ນ​ບາດ​ລ້ຽວຂອງ​ການ​ປິນຂັ້ນ​​ໄດວິ​ວິດ​ການ​ດ້ານ​ການ​ເມືອງ​ໃໝ່ ທີ່ພວມ​​ເຮັດ​ໃຫ້​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Tayyip Erdogan ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການຢູ່​ກັບ​ທີ່ແລ້ວ, ​ເລື່ອງ​ລັດຖະບານ​ຕວກກີ ກ່າວ​ເຕື່ອນວ່າ ຈະ​ນຳ​ໃຊ້​ກຳລັງທະ​ຫານ, ​ໄດ້ຊີ້​ໃຫ້​ເຫັນ​ວ່າ ລັດຖະບານ​ຢາກ​ຢຸດ​ຕິ​ສະພາບສັບສົນ​ໃນ​ປະຈຸ​ບັນ “ດ້ວຍ​ທຸກ​ວິທີ​ການ”. ສິ່ງ​ດັ່ງກ່າວ​ຍັງ​ພິສຸດ​ໃຫ້​ເຫັນ​ວ່າ Ancara ​ເຫັນ​ໄດ້​ວ່າ​ທຸກສິ່ງ​ທິ່ພວມ​ເກີດ​ຂຶ້ນ​ໃນ​ປະຈຸ​ບັນແມ່ນ​​ຜິດປົກກະຕິ.
ຂ່າວ/ບົດ​ອື່ນ