ລັດຖະບານຕວກກີປະກາດຄຳສັ່ງສະພາວະສຸກເສີນ

ລັດຖະບານຕວກກີປະກາດຄຳສັ່ງສະພາວະສຸກເສີນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan
(ພາບ: AFP/TTXVN)

(vovworld) - ​​ ​​​​​​​​ພາຍ​ຫຼັງ​ການກໍ່​ລັດ​ຖະ​ປະ​ຫານ​ຖືກ​ປະ​ລາ​ໄຊ​ເປັນ​ເວ​ລາ 5 ວັນ, ວັນ​ທີ 20/07, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan ໄດ້​ປະ​ກາດ​ສະ​ພາ​ວະສຸກ​ເສີນ ທີ່​ແກ່​ຍາວ​ເປັນ​ເວ​ລາ 3 ເດືອນ​ຢູ່​ປະ​ເທດນີ້. ທ່ານ Erdogan ຢືນ​ຢັ​ນ​ວ່າ, ການປະ​ກາດ​ຄຳ​ສັ່ງສະ​ພາ​ວະ​ສຸກ​ເສີ​ນແມ່ນ​​ມີ​ຄວາມຈຳ​ເປັນ “ເພື່ອ​ແນ​ໃສ່​ລົງ​ລ້າງ​ບັນ​ດາ​ພາກ​ສ່ວນ​ຂອງ​ອົງ​ການກໍ່​ການ​ຮ້າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ຢ່າງ​ໄວ​ວາ”. ຕວກ​ກີ ກໍ່​ກ່າວ​ຫາ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນບາດ​ຫຼວງ Fethullah Gulen, ຜູ້​ທີ່ພວມ​ດຳ​ລົງ​ຊ​ີ​ວິດ​​ພັດ​ຖິ່ນຢູ່​ອາ​ເມ​ລິ​ກາ ​ໄດ້ໜູນ​ຫຼັງ​ກົນ​ອຸ​ບາຍກໍ່​ລັດ​ຖະ​ປະ​ຫານນີ້.

        ນອກນັ້ນ, ການ​ນຳ​ຜູ້ນີ້ກ​ໍ​ຖະ​ແຫຼງວ່າ, ພື້ນ​​ຖານ​ອະ​ທິ​ປະ​ໄຕ​ຂອງ​ຕວກ​ກີ, ​ໃນ​ນັ້ນ​ຜູ​້​ອອກ​ສະ​ໝັກ​​ຮັບ​ເລືອກ​ຕັ້ງພວມ​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ (EU) ຈະ​ບໍ່​ຖືກ​ຜົນ​​ສະ​ທ້ອນ​ຈາ​ການ​ຈັດ​ວາງ​ສະ​ພາ​ວະ​ສຸກ​ເສີນນີ້.

ຂ່າວ/ບົດ​ອື່ນ