ລັດຖະບານນິວເຊີແລນມອບທຶນສຶກສາໃຫ້ນັກສຶກສາຫວຽດນາມ30ຄົນ

ລັດຖະບານນິວເຊີແລນມອບທຶນສຶກສາໃຫ້ນັກສຶກສາຫວຽດນາມ30ຄົນ - ảnh 1
ທ່ານ Haike Manning, ເອກ​ອັກ​ຄະ​ລັດ​ຖະ​ທູດ ນິ​ວ​ເຊີ​ແລນ
ປະ​ຈຳ​ຫວຽດ​ນາມ
ພາບ:baomoi.com


(vovworld)- ພິ​ທີ​ມອບ​ທຶນ​ສຶກ​ສາ ໄດ້​ດຳ​ເນີນ​ໄປ​ໃນ​ຕອ​ນ​ບ່າຍ​ວັນ​ທີ 8/1 ຢູ່ ຮ່າ​ໂນ້ຍ ແມ່ນນອນ​ໃນ​ຂອບ​ເຂດ ລາຍ​ການ​ທຶນ​ສຶກ​ສາ ນິວ​ເຊີ​ແລນ - ອາ​ຊຽນ ຂອ​ງ​ລັດ​ຖະ​ບານ ນິວ​ເຊີ​ແລນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ມອບ​ທຶນ​ສຶກ​ສາ, ທ່ານ Haike Manning, ເອກ​ອັກ​ຄະ​ລັດ​ຖະ​ທູດ ນິ​ວ​ເຊີ​ແລນ ປະ​ຈຳ​ຫວຽດ​ນາມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ນັກ​ສຶກ​ສາ​ຫວຽດ​ນາມ 30 ຄົນ​ທີ່​ໄດ້​ຮັບ​ທຶນ​ສຶກ​ສາ​ໃນ​ຄັ້ງນີ້ ພາ​ຍ​ຫລັງ​ຮຽນ​ຈົບ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ຢ່າງ​ສະ​ຫນິດ​ແຫນ້ນ​ລະ​ຫວ່າງ ນິວ​ເຊີ​ແລນ ແລະ ຫວຽດ​ນາມ. ທຶນ​ສຶກ​ສາ ນິວ​ເຊີ​ແລນ - ອາ​ຊຽນ ຂອ​ງ​ລັດ​ຖະ​ບານ ນິວ​ເຊີ​ແລນ ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ແມ່ນ​ຢູ່​ທຸກ​ຂະ​ແຫນງ​ການ ແລະ ຂົງ​ເຂດ​ຕ່າງໆ.

 

ຕອບກັບ

ຂ່າວ/ບົດ​ອື່ນ