ລັດຖະບານນຳສະເໜີບົດລາຍງານສັນຍາ EVFTA ຕໍ່ສະພາແຫ່ງຊາດ

(VOVWORLD) -ຕາມແຜນການ, ຕອນບ່າຍວັນທີ 20 ພຶດສະພາ, ທ່ານ ເຈີ່ນຕ໊ວນແອັງ, ລັດຖະມົນຕີການກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະນຳສະເໜີບົດລາຍງານອະພິປາຍສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ຕໍ່ສະພາແຫ່ງຊາດ.

ສັນຍາ EVFTA ໄດ້ຮັບຄວາມຫວັງວ່າ, ເມື່ອນຳເຂົ້າປະຕິບັດຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເລື່ອງຊອກຫາຕະຫຼາດ, ເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພີ່ມລະດັບພັດທະນາ, ໃນສະພາບໂລກລະບາດໂຄວິດ-19. ກ່ຽວກັບແຜນການປະຕິບັດສັນຍາ EVFTA ກໍຄືບັນດາເນື້ອໃນຈຸດສຸມຂອງໂຄງການດຳເນີນງານ, ທ່ານລັດຖະມົນຕີ ເຈີ່ນຕ໊ວນແອັງ, ໃຫ້ຮູ້ວ່າ.

        “ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ໂຄງການດຳເນີນງານຂອງລັດຖະບານຫວຽດນາມ. ໂຄງການດຳເນີນງານນັ້ນບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ໜ້າທີ່ເທົ່ານັ້ນ, ຫາກພວກເຮົາຕ້ອງເປັນເອກະພາບໃນລະບົບການເມືອງ ກໍຄືພາຍໃຕ້ການຊີ້ນຳນຳພາຂອງລັດຖະບານ ໃຫ້ແກ່ບັນດາກະຊວງ, ຂະແໜງການ, ສຳນັກງານ, ອົງການຈັດຕັ້ງ ໃນການກວດກາຄືນ, ດັດປັບ, ສ້າງກົດໝາຍໃຫ້ສົມບູນແບບ ເພື່ອລາຍງານຕໍ່ສະພາແຫ່ງຊາດ ຮັບຮອງເອົາ, ກໍ່ຄືໃນບັນດາການເຄື່ອນໄຫວທາງດ້ານການບໍລິຫານຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດ, ສັງຄົມ… ໂຄງການກະທຳນີ້ກໍ່ແມ່ນພື້ນຖານເພື່ອໃຫ້ສະຫະພາບເອີລົບ ສົມທົບກັບຫວຽດນາມ ເພື່ອຈັດຕັ້ງການປະຕິບັດ ແລະ ກວດກາຕິດຕາມການປະຕິບັດສັນຍາດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ