ລັດຖະບານປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ 2015

ລັດຖະບານປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ 2015 - ảnh 1
(​ກອງ​ປະ​ຊຸມ​ສ​ະໄໝ​​ສາມັນ​ປະ​ຈຳ​ເດືອນ 08)

(vovworld) -ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສ​ະໄໝ​​ສາມັນ​ປະ​ຈຳ​ເດືອນ 08, ຕອນ​ເຊົ້າ​ວັນ​ທີ 01/09, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ໄດ້​ປຶ​ກ​ສາ​ຫາ​ລືກ່​ຽວ​ກັບ​ການ​ສ້າງ​​ລະ​ບອບ​ລະ​ບຽ​ບ​ການ, ໃນ​ນັ້ນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່​ມ​ເຕີມບາງ​ມ​າດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ 2015. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ຮ​ຽກ​ຮ້ອງຄະ​ນະ​ຮຽບ​ຮຽງ ແລະ ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຖອດ​ຖອນ​ບົດ​ຮ​ຽນ, ບໍ່​ປະ​ໃຫ້​ເກີດ​​ການ​ຜິດ​ຜາດ​ຕື່ມ​ອີກ. ກ່ຽວ​ກັບເວ​ລາ​ປັບ​ປຸງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ວ່າ ​ການ​ຄົ້ນ​ຄວ້າ​, ປັບ​ປຸງ​ຄວນລະ​ມັດ​ລະ​ວັງ, ພະ​ຍາ​ຍາມ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ ແລະ ຍື​ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 2 ໃນ​ເດືອນ 10 ຈະ​ມາ​ເຖິງ, ດ້ວບ​ເງື່ອນ​ໄຂທີ່​ວາງ​ອອກ​ແມ່ນ ຮ່າງ​​ປະ​ມວນກົດ​ໝາຍ​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ.

        ແລະ​ກໍ​ກອງ​ປະ​ຊຸມ​ຕອ​ນ​ເຊົ້າໃນ​ວັນ​ດຽ​ວ​ກັນ, ​ລັດ​ຖະ​ບານ​ໄດ້ຮັບ​ຟັງ ແລະ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະ​ບັບ​ປັບ​ປຸງ); ບົດ​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ບັດ​ວິ​ວັດ​​ທະ​ນາການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​​ສະ​ຖຽນ​ລະ​ພາບດ້ານ​ກາ​ນ​ເມືອງ, ສັງ​ຄົມ​ໃນ​ສະ​ພາບ​ຫວຽດ​ນາມ ເຂົ້​າ​ຮ່ວມ​ບັນ​ດ​າ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່.

ຂ່າວ/ບົດ​ອື່ນ