ລັດຖະບານປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ວິສາຫະກິດ

ລັດຖະບານປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ວິສາຫະກິດ - ảnh 1
ວາລະ​ປະຊຸມ​ປະຈຳ​ເດືອນ 4​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ
​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ: nhandan.com.vn)

(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ປະຈຳ​ເດືອນ 4, ຕອນ​ເຊົ້າ​ວັນ​ທີ 05/05, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ລັດຖະບານ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ພັດທະນາ​ວິ​ສາ​ຫະກິດ ຫວຽດນາມ. ຈຸດໝາຍ​ຂອງ​ມະຕິ​ແມ່ນ​ສູ້​ຊົນ​ຮອດ​ປີ 2020 ທົ່ວ​ປະ​ເທດ​ມີວິ​ສາ​ຫະກິດ​ປະມານ 1 ລ້ານ​ແຫ່ງ​​ເຄື່ອນ​ໄຫວ​ໃນ​ພື້ນຖານ​ເສດຖະກິດ. ຮ່າງ​ມະຕິ​ກໍ່​ຊີ້​ແຈ້ງ​ບາງ​ຫຼັກການ​ຄື: ວິ​ສາ​ຫະກິດ​ທັງ​ໝົດ​ບໍ່ຈຳ​ແນ​ກຂອບ​ຂະໜາດ, ຮູບ​ການ, ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ສະ​ເໝີ​ພາບ​ໃນ​ການ​ສຳຜັດ​ບັນດາ​ແຫຼ່ງກຳ​ລັງ​ຄື: ທຶນ, ຊັບພະຍາກອນ, ທີ່​ດິນ, ການ​ຕະຫລາດ…​ແລະ ​ໂອກາດ​ດຳ​ເນີນ​ທຸລະ​ກິດ; ​ຖື​ວິ​ສາ​ຫະກິດ​ແມ່ນ​ເປົ້າ​ໝາຍ​ຮັບ​ໃຊ້.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ມະຕິ​ຂອງ​ລັດຖະບານ​ຈະ​ສືບ​ຕໍ່ປົກ​ປ້ອງ​ສິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ ​ແລະ ພິ​ເສດ​ແມ່ນ​ລົບ​ລ້າງ​ບັນດາ​ຮົ້ວ​ກີດຂວາງ​ທີ່​ບໍ່ຈຳ​ເປັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ​ແຜນ​ຮ່າງ ຈະ​ກໍ່ສ້າງຕາມ​ທິດ​ບໍ່​ມີ​ຄວາມ​ຈຳ​ແນ​ກລະ​ຫວ່າງ​ບັນດາ​ພາກສ່ວນ​ວິ​ສາ​ຫະກິດ:ວິ​ສາ​ຫະກິດ FDI, ວິ​ສາ​ຫະກິດ​ແຫ່ງ​ລັດ ຫຼື ວິ​ສາ​ຫະກິດ​ເອກະ​ຊົນ. ສະຫຼຸບ​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມອບ​ໃຫ້​ຫ້ອງ​ວ່າການ​ລັດຖະບານ​ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຫ້ອງ​ການ​ການ​ຄ້າ ​ແລະ ອຸ​ດສາ​ຫະກຳ ຫວຽດນາມ (VCCI) ສຳ​ເລັດ​ຮ່າງ​ມະຕິ, ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ເຊັນ​ປະກາດ​ໃຊ້ໂດຍ​ໄວ. ມະຕິ​ຕ້ອງ​ສະ​ແດງ​ໃຫ້​​ເຫັນ​ຢ່າງ​ຈະ​ແຈ້ງສານ​ຂອງ​ລັດຖະບານ​ຈະ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຕິດ​ຂັດ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະກິດ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ພັກ, ລັດ, ລັດຖະບານ ຖື​ວິ​ສາ​ຫະກິດ​ເອກະ​ຊົນ​ແມ່ນ​ກຳລັງ​ໜູນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ລັກສະ​ນະ​ເປັນ​ເຈົ້າ​ຂອງ​ພື້ນຖານ​ເສດຖະກິດ.

ຂ່າວ/ບົດ​ອື່ນ