ລັດຖະບານປະກາດມະຕິກອງປະຊຸມນັດສາມັນເດືອນ 11/2014

ລັດຖະບານປະກາດມະຕິກອງປະຊຸມນັດສາມັນເດືອນ 11/2014 - ảnh 1
ລັດຖະບານ​ປະກາດ​ມະຕິ​ກອງ​ປະຊຸມ​ນັດ​ສາມັນ​ເດືອນ 11/2014
(ພາບ: chinhphu.vn)

(vovworld) – ລັດຖະບານ​ປະກາດ​ມະຕິ​ກອງ​ປະຊຸມ​ນັດ​ສາມັນ​ເດືອນ 11/2014​. ຕາມ​ມະຕິ​ແລ້ວ, ​ເພື່ອ​ປະຕິບັດ​ສຳ​ເລັດບັນດາ​​ຄາດໝາຍ​ພັດທະນາ​ເສດ​ຖະກິດ​ສັງຄົມ ທີ່​ໄດ້​ວາງ​ອອກ​ໃນ​ປີ 2014 ​ບັນລຸ​ໝາກຜົນ​ສູງ​ສຸດ, ສ້າງ​ປະຖົມ​ປັດ​​ໄຈ​ໃຫ້ການ​ປະຕິບັດ​ບັນດາ​ຄາດໝາຍ​ຂອງ​ປີ 2015, ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ, ທ້ອງ​ຖິ່ນ​ຕ່າງໆຕ້ອງ​ສຸມ​ໃສ່​ປະຕິບັດ​ຢ່າງ​ຂ້ຽວຂາດ, ຄົບ​ຊຸດ, ມີ​ປະສິດທິ​ຜົນ​ບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ທີ່​ໄດ້​ວາງ​ອອກ, ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະ​ໄໝ​ປະຊຸມ​ຄັ້ງ​ທີ 8, ສະພາ​ແຫ່​ງຊາດຊຸດທີ 13, ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​​ແຫ່ງ​ລັດ​ປີ 2015. ລັດຖະບານ​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ປັບປຸງ​ນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເລັ່ງລັດ​ຍູ້​ໄວ​ຄວາມ​ຄືບ​ໜ້າການ​ປະຕິບັດ ​ແລະ ປ່ອຍ​ບັນດາ​ແຫຼ່ງ​ເງິນ​ລົງທຶນ​ພັດທະນາ​ແຜນການ​ປີ 2014, ກະຊວງ​ອຸດສາຫະກຳ​ກາ​ນຄ້າ ຊີ້​ນຳ​ການ​ຍູ້​ແຮງ​ການ​ເພີ່ມ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບບັນດາ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ເພີ່​ມສູງ, ມີ​ມູນ​ຄ່າ​ວົງ​ເງິນສົ່ງ​ອອກ​ສູງ; ຮັບປະກັນ​ຄວາມ​ດູ​່ນດ່ຽງການ​ສະໜອງ - ຄວາມ​ຕ​້ອງການ​ສິ້ນຄ້າ.

ຂ່າວ/ບົດ​ອື່ນ