ລັດຖະບານປະກາດໃຊ້ມະຕິຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດຮອດປີ 2030

(VOVWORLD) -ມະຕິໄດ້ວາງອອກບັນດາຄາດໝາຍ, ເປົ້າໝາຍລວມແມ່ນຕ້ອງຮັບປະກັນທັນຍາຫານ, ສະບຽງອາຫານໃຫ້ຜູ້ອຸປະໂພກຢູ່ພາຍໃນປະເທດຢ່າງພຽງພໍໃນທຸກສະພາບການ ແລະ ສ່ວນໜຶ່ງແມ່ນເພື່ອສົ່ງອອກ
ລັດຖະບານປະກາດໃຊ້ມະຕິຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດຮອດປີ 2030 - ảnh 1(ພາບປະກອບ: VGP)

ວັນທີ 25 ມີນາ, ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດຮອດປີ 2030. ມະຕິໄດ້ເນັ້ນໜັກເຖິງບັນຫາຄ້ຳປະກັນດ້ານສະບຽງອາຫານ (ລວມທັງ ທັນຍາຫານ, ສະບຽງອາຫານ) ເຊິ່ງຍາມໃດພັກ ແລະ ລັດກໍ່ມີຄວາມສົນໃຈເປັນພິເສດ, ຊີ້ນຳ, ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານສະບຽງອາຫານແຫ່ງຊາດ ໃນຕໍ່ໜ້າ ແລະ ຍາວນານ.

        ມະຕິໄດ້ວາງອອກບັນດາຄາດໝາຍ, ເປົ້າໝາຍລວມແມ່ນຕ້ອງຮັບປະກັນທັນຍາຫານ, ສະບຽງອາຫານໃຫ້ຜູ້ອຸປະໂພກຢູ່ພາຍໃນປະເທດຢ່າງພຽງພໍໃນທຸກສະພາບການ ແລະ ສ່ວນໜຶ່ງແມ່ນເພື່ອສົ່ງອອກ; ຍົກສູງລາຍຮັບໃຫ້ແກ່ປະຊາຊົນ ເພື່ອຮັບປະກັນການສຳຜັດກັບທັນຍາຫານມີຄຸນນະພາບ, ຄ້ຳປະກັນດ້ານສະບຽງອາຫານ…

        ບົນພື້ນຖານປະຕິບັດບັນດາເປົ້າໝາຍດັ່ງກ່າວ, ມະຕິໄດ້ຍົກອອກບັນດາໜ້າທີ່, ມາດຕະການແກ້ໄຂຄື: ຍູ້ແຮງການພັດທະນາ, ສ້າງໂຄງປະກອບການຜະລິດທັນຍາຫານຄືນໃໝ່, ຕິດພັນກັບຕະຫຼາດ; ລົງທຶນພັດທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດທັນຍາຫານ; ເພີ່ມທະວີການຄົ້ນຄວ້າ, ນຳໃຊ້, ຖ່າຍທອດວິທະຍາສາດ - ເຕັກໂນໂລຊີ ໃນການຜະລິດ, ປຸງແຕ່ງທັນຍາຫານ…

ຕອບກັບ

ຂ່າວ/ບົດ​ອື່ນ