ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ຊາຍ​ແດນ​ທາງ​ບົກ

(VOVWORLD) -ມະຕິຊີ້ແຈ້ງວ່າ, ເຂດຊາຍແດນແມ່ນບໍລິເວນທີ່ສຳຄັນຂອງປະເທດຊາດ, ດ້ວຍເສັ້ນຊາຍແດນທາງບົກຍາວກ່ວາ 5000 ກີໂລແມັດ ລວມມີດ່ານຊາຍແດນຫຼາຍແຫ່ງຕິດກັບບັນດາປະເທດບ້ານໃກ້ເຮືອນຄຽງ ດັ່ງນັ້ນ ການພັດທະນາເສດຖະກິດ, ການຄ້າ, ການປະກັນຊີວິດສັງຄົມ ຢູ່ເຂດນີ້ ແມ່ນສຳຄັນທີ່ສຸດ ແລະ ຈຳເປັນຕ້ອງພັດທະນາເສດຖະກິດ - ສັງຄົມ
ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ຊາຍ​ແດນ​ທາງ​ບົກ - ảnh 1ພາບປະກອບ: TTXVN

ພັດທະນາເສດຖະກິດ - ສັງຄົມແບບຍືນຍົງຢູ່ເຂດຊາຍແດນຕິດພັນກັບການສ້າງວຽກເຮັດງານທຳ, ເພີ່ມລາຍຮັບ; ຮັບປະກັນຊີວິດສັງຄົມ, ຍົກສູງສະຫວັດດີການສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັດແຄບຄວາມແຕກໂຕນລະຫວ່າງເຂດ, ພາກ, ປັບປຸງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່, ສຸຂະພາບຂອງປະຊາຊົນຢ່າງຈະແຈ້ງ. ນັ້ນແມ່ນໜຶ່ງໃນບັນດາເປົ້າໝາຍຂອງມະຕິວ່າດ້ວຍການພັດທະນາເສດຖະກິດເຂດຊາຍແດນທາງບົກ ເຊິ່ງລັດຖະບານຫາກໍ່ປະກາດໃຊ້ໃນວັນທີ 2 ມີນາ ປີ 2022.

ມະຕິຊີ້ແຈ້ງວ່າ, ເຂດຊາຍແດນແມ່ນບໍລິເວນທີ່ສຳຄັນຂອງປະເທດຊາດ, ດ້ວຍເສັ້ນຊາຍແດນທາງບົກຍາວກ່ວາ 5000 ກີໂລແມັດ ລວມມີດ່ານຊາຍແດນຫຼາຍແຫ່ງຕິດກັບບັນດາປະເທດບ້ານໃກ້ເຮືອນຄຽງ ດັ່ງນັ້ນ ການພັດທະນາເສດຖະກິດ, ການຄ້າ, ການປະກັນຊີວິດສັງຄົມ ຢູ່ເຂດນີ້ ແມ່ນສຳຄັນທີ່ສຸດ ແລະ ຈຳເປັນຕ້ອງພັດທະນາເສດຖະກິດ - ສັງຄົມ, ປະຕິບັດໜ້າທີ່ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງວ່າງການພັດທະນາລະຫວ່າງບັນດາເຂດ, ພາກ. ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ແກ່ເສດຖະກິດຂອງເຂດ, ທ້ອງຖິ່ນກໍ່ຄືເສດຖະກິດຂອງທົ່ວປະເທດໃຫ້ພັດທະນາ, ປະກອບສ່ວນເພີ່ມທະວີ, ເປີດກວ້າງ ແລະ ຍົກສູງການພົວພັນດ້ານເສດຖະກິດ ການຄ້າ ລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ (ຈີນ, ລາວ, ກຳປູເຈຍ) ແລະ ບັນດາປະເທດໃນພາກພື້ນໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ