ລັດຖະບານປະກາດໃຊ້ມະຕິວາລະປະຊຸມປະຈຳເດືອນ 6 ຂອງລັດຖະບານ

ລັດຖະບານປະກາດໃຊ້ມະຕິວາລະປະຊຸມປະຈຳເດືອນ 6 ຂອງລັດຖະບານ - ảnh 1
ພາບປະກອບ

(vovworld) – ​ໃນ 6 ​ເດືອນ​ທ້າຍ​ປີ, ລັດຖະບານ​ໄດ້​ວາງ​​ໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ຊີ້​ນຳ, ບໍລິຫານ​ແມ່ນ ສຸ​ມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸລະ​ກິດ​​ໃຫ້ພັດທະນາ, ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​​ແຜນ​ນະ​ໂຍບາຍ​ຄວບຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ, ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​​ຕາມ​ທິດຍົກ​ສູງ​ຄຸນ​ນະພາບ, ປະສິດທິ​ຜົນ ​ແລະ ຄວາມສາມາດ​ໃນ​ການແກ່ງ​ແຍ້​ງ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບປະ​ກັບ​ຊີວິດ​ສັງ​ຄົມ​ເທື່ອ​ລະ​ກ້າວ. ນີ້​ແມ່ນ​ເນື້ອ​ໃນ​ຂອງ​ມະຕິ​ວາລະ​ປະຊຸມປະຈຳ​ເດືອນ 6 ຂອງ​ລັດຖະບານ ​ໂດຍ​ລັດຖະບານ​ປະກາດ​ໃຊ້​ໃນ​ວັນ​ທີ 9/7. ມະຕິ​ໄດ້​ຊີ້​ແຈ້ງວ່າ: ​ໃນ 6 ​ເດືອນ​ທ້າຍ​ປີ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ, ທ້ອງ​ຖິ່ນ ປະຕິບັດ​ຢ່າງ​ຂຽວ​ຂາດ, ຄົບ​ຊຸດ​ກ່ຽວ​ກັບບັນດາ​ມາດ​ຕະການທີ່​ວາງ​ອອກ​ໃນ​ມະຕິ​ເລກ​ທີ 01 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນຕໍ ຊີ້ນ​ຳບໍລິຫານ​ການປະຕິບັດ​​ແຜນການ​ພັດທະນາ​ເສດ​ຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ, ມະຕິ​ເລກທີ 13 ຂອງ​ລັດຖະບານ ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ຕະຫຼາດ, ບັນດາ​ມະຕິ​ວາລະ​ປະຊຸມປະຈຳ​ເດືອນ​ຂອງ​ລັດຖະບານ ​ແລະ ບັນດາ​ເອກະສານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ ​ແລະ ນາ​ຍົກລັດຖະມົນຕີ.

ຂ່າວ/ບົດ​ອື່ນ