ລັດຖະບານ​ປະກາດ​ໃຊ້​ແຜນການ​ສັງ​ລວມພັດທະນາ​ເສດຖະກິດ​ທາງທະ​ເລ​ ​ແບບ​ຍືນ​ຍົງ

(VOVWORLD) -   ລັດຖະບານຫວຽດນາມ ຫາກໍປະກາດໃຊ້ ມະຕິສະບັບເລກທີ 26/NQ-CP ວ່າດ້ວຍການປະກາດໃຊ້ແຜນການສັງລວມ ແລະ ແຜນການ ໄລຍະ 5 ປີ ຂອງລັດຖະບານ ກ່ຽວກັບການປະຕິບັດມະຕິສະບັບເລກທີ 36 – NQ/TW ລົງວັນທີ 22 ຕຸລາ 2018 ຂອງກອງປະຊຸມໃຫຍ່ຄັ້ງທີ  8 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທາງທະເລແບບຍືນຍົງຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.
ລັດຖະບານ​ປະກາດ​ໃຊ້​ແຜນການ​ສັງ​ລວມພັດທະນາ​ເສດຖະກິດ​ທາງທະ​ເລ​ ​ແບບ​ຍືນ​ຍົງ - ảnh 1ລັດຖະບານປະກາດໃຊ້ແຜນການສັງລວມພັດທະນາເສດຖະກິດທາງທະເລ ແບບຍືນຍົງ 

        ແຜນການສັງລວມຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຍົກອອກເນື້ອໃນ, ມາດຕະການ 6 ຢ່າງຄື ທີໜຶ່ງແມ່ນກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ຄຸ້ມຄອງເຂດຝັ່ງທະເລ; ທີສອງແມ່ນກ່ຽວກັບການພັດທະນາເສດຖະກິດຢູ່ທະເລ, ແຄມທະເລ; ທີສາມແມ່ນກ່ຽວກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທໍາທາງທະເລ; ທີສີ່ ແມ່ນກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທາງທະເລ; ທີຫ້າແມ່ນກ່ຽວກັບສິ່ງແວດລ້ອມ, ການຮັບມືກັບໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ...  ທີ່ຫົກແມ່ນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ.

        ໃນນັ້ນ, ສໍາລັບການພັດທະນາເສດຖະກິດທາງທະເລ, ແຄມທະເລນັ້ນ, ມາດຕະການໂດຍມະຕິສະບັບດັ່ງກ່າວໄດ້ຍົກອອກແມ່ນ ຕ້ອງລົງທຶນພັດທະນາໂຄງສ້າງພື້ນຖານໂຄງລ່າງ, ພື້ນຖານດ້ານວັດຖຸເຕັກນິກໃນຂະແໜງການທ່ອງທ່ຽວໃຫ້ແກ່ບັນດາບໍລິເວນຈຸດສຸມ, ເຂດທີ່ເປັນກໍາລັງໜູນພັດທະນາການທ່ອງທ່ຽວເຂດແຄມທະເລ, ໝູ່ເກາະ.

        ແຜນການດ່ັງກ່າວກໍໄດ້ວາງອອກເປົ້າໝາຍພັດທະນາລະບົບທ່າກໍ່າປັ່ນ ຕາມການວາງແຜນຜັງສັງລວມ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ