ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ

(VOVWORLD) - ວັນທີ 10 ກໍລະກົດ, ລັດຖະບານ ໄດ້ປະກາດໃຊ້ມະຕິ ໂຄງການດຳເນີນງານກ່ຽວກັບການສືບຕໍ່ສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.
ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ - ảnh 1(ພາບປະກອບ: TTXVN)

ຕາມນັ້ນແລ້ວ, ລັດຖະບານ ຮຽກຮ້ອງລັດຖະມົນຕີບັນດາກະຊວງ, ການນຳບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ສຸມໃສ່ຊີ້ນຳປະຕິບັດ 5 ໜ້າທີ່, ມາດຕະການແກ້ໄຂ, ເຊິ່ງລວມມີ: ສືບຕໍ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງຖັນແຖວປັນຍາຊົນ; ປ່ຽນແປງໃໝ່ວຽກງານກໍ່ສ້າງ, ບຳລຸງສ້າງ, ນຳໃຊ້, ນະໂຍບາຍພິເສດ ແລະ ເຊີດຊູພູມປັນຍາ, ເຄົາລົບນັບຖືຜູ້ມີຄວາມເກັ່ງກ້າສາມາດ; ເພີ່ມທະວີການຄຸ້ມຄອງລັດ, ສ້າງສຳເລັດລະບົບກົດໝາຍ, ກົນໄກ, ນະໂຍບາຍສຳລັບຖັນແຖວປັນຍາຊົນ; ເພີ່ມທະວີແຫຼ່ງກຳລັງສ້າງຖັນແຖວປັນຍາຊົນເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຖັນແຖວປັນຍາຊົນ; ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງບັນດາສະມາຄົມປັນຍາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ