ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

(VOVWORLD) -ວັນທີ 30 ມັງກອນ, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 11 ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.

ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VGP)

ຕາມນັ້ນແລ້ວ, ເປົ້າໝາຍຂອງໂຄງການຟື້ນຟູ  ແລະ ພັດທະນາເສດຖະກິດ ສັງຄົມ ແມ່ນ ຟື້ນຟູ, ພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢ່າງໄວ, ຊຸກກູ້ບັນດາກຳລັງໜູນໃນການເຕີບໂຕ, ໃຫ້ບຸລິມະສິດບາງຂະແໜງ, ຂົງເຂດສຳຄັນ, ສູ້ຊົນບັນລຸໄດ້ເປົ້າໝາຍຂອງໄລຍະ 2021 – 2025, ມີການເຕີບໂຕ GDP ໄລ່ສະເລ່ຍແຕ່ 6,5 – 7%, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ ໃນໄລຍະກາງ ແລະ ໄລຍະຍາວ.

ມະຕິຊີ້ແຈ້ງວ່າ ເປົ້າໝາຍໄດ້ຮັບການໜູນຊ່ວຍລວມມີ: ປະຊາຊົນ, ຜູ້ອອກແຮງງານ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ແລະ ບັນດາຂະແໜງການ, ຂົງເຂດສ້າງກຳລັງໜູນຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ. ໄລຍະໜູນຊ່ວຍຫຼັກເປັນຕົ້ນໃນ 2 ປີ 2022 – 2023, ບາງນະໂຍບາຍອາດຈະແກ່ຍາວ, ເພີ່ມເຕີມແຫຼ່ງກຳລັງ ປະຕິບັດອີງຕາມການຜັນແປຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ