ລັດ​ຖະ​ບານ​ຝ​ລັ່ງ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ CETA

(VOVWORLD) - ທ່ານ Jean – Baptiste Lemonyne ລັດຖະມົນຕີ ກະຊວງເອີລົບ ແລະ ການຕ່າງປະເທດ ຝລັ່ງ ໄດ້ຢັ້ງຢືນວ່າ: “ຄະນະລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍເຊິ່ງໄດ້ຮັບການຮັບຮອງເອົາຈາກລັດຖະສະພາ ເອີລົບ”
ລັດ​ຖະ​ບານ​ຝ​ລັ່ງ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ CETA - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ການາດາ  Justin Trudeau (ພາບ: AFP/TTXVN)

        ວັນທີ 3 ກໍລະກົດ, ລັດຖະບານ ຝລັ່ງ ໄດ້ຮັບຮອງເອົາຮ່າງກົດໝາຍເພື່ອກ້າວໄປເຖິງການໃຫ້ສັດຕະຍາບັນ ສັນຍາວ່າດ້ວຍເສດຖະກິດ ແລະ ການຄ້າຮອບດ້ານ ລະຫວ່າງສະຫະພາບເອີລົບ ແລະ ການາດາ (CETA), ຄາດວ່າຈະໄດ້ຮັບການປ່ອນບັດຈາກສະພາແຫ່ງຊາດໃນວັນທີ 17 ກໍລະກົດ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ປາຣີ, ທ່ານ Jean – Baptiste Lemonyne ລັດຖະມົນຕີ ກະຊວງເອີລົບ ແລະ ການຕ່າງປະເທດ ຝລັ່ງ ໄດ້ຢັ້ງຢືນວ່າ: “ຄະນະລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍເຊິ່ງໄດ້ຮັບການຮັບຮອງເອົາຈາກລັດຖະສະພາ ເອີລົບ”. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ສັນຍາດັ່ງກ່າວມີຜົນສັກສິດຍາວນານຢ່າງເປັນທາງການ, ຮ່າງກົດໝາຍຕ້ອງໄດ້ຮັບຮອງເອົາຈາກສະພາແຫ່ງຊາດຂອງແຕ່ລະປະເທດສະມາຊິກ EU. ຕາມ CETA ແລ້ວ, ພາສີອາກອນຈະໄດ້ຍົກເລີກສຳລັບສິນຄ້າ ແລະ ການບໍລິການເກືອບທັງໝົດ ລະຫວ່າງ ການາດາ ແລະ EU.

ຕອບກັບ

ຂ່າວ/ບົດ​ອື່ນ