ລັດຖະບານຝະລັ່ງ ລາອອກຈາກຕຳແໜ່ງຫຼັງການເລືອກຕັ້ງ

ລັດຖະບານຝະລັ່ງ ລາອອກຈາກຕຳແໜ່ງຫຼັງການເລືອກຕັ້ງ - ảnh 1

(ພາບ:vietnamplus.vn)

( vovworld ) –  ຕາມ​ຫ້ອງວ່າການ​ທຳນຽບ​ປະທານາທິບໍດີ Francois Hollande ​ແລ້ວ, ວັນ​ທີ 18/6, ລັດຖະບານ​ຂອງ​ພັກ​ສັງຄົມຝະລັ່ງ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ, ຕາມ​ທຳນຽມ​ພາຍ​ຫຼັງ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ. ຫຼັງ​ຈາກ​ນັ້ນ, ປະທານາທິບໍດີ Francois Hollande ​ໄດ້​ແຕ່ງຕັ້ງທ່ານ​ນາຍົກລັດຖະມົນຕີ Jean Marc Ayrault ​ເປັນ​ນາຍົກລັດຖະມົນຕີຄືນ​ໃໝ່ ​ແລະ ມອບ​ໜ້າ​ທີ່​ໃຫ້​ທ່ານ​ຜູ້​ນີ້ ສ້າງຕັ້ງລັດຖະບານ​ໃໝ່​ ຊື່​ງຄາດ​ວ່າ​ຈະ​ຄ້າຍ​ຄື​ກັນ​ກັບ​ລັດຖະບານ​ທີ່​ຫາ​ກໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ. ບາດກ້າວ​ເດີນ​ທີ່​ມີ​ລັກສະນະ​ລະບຽບ​ການ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ​ໃນ​ຂະນະ​ທີ່​ພັກ​ສັງຄົມ​ຍາດ​ໄດ້​ໄຊຊະນະ​ຢ່າງ​ຂາດ​ຂັ້ນຢູ່​ສະພາ​ຕ່ຳ ລດ້ວຍ 577 ທີ່​ນັ່ງ ​ໃນ​ການ​ເລືອກ​ຕັ້ງສະພາ​ຕ່ຳ​ຝະລັ່ງ 2 ຮອບ​ເມື່ອ​ວັນ​ທີ 17/6 ທີ່​ຜ່ານ​ມາ ຊື່​ງ​ໄດ້​ຊ່ວຍ​ໃຫ້ປະທານາທິບໍດີ Francois Hollande ​ສາມາດ​ປະຕິບັດ​ໂຄງການ​ປະຕິ​ຮູບຕາມ​ທິດ​ຝ່າຍ​ຊ້າຍ​ຂອງຕົນ​ໄດ້​ຢ່າງ​ງ່າຍດາຍ.

ຂ່າວ/ບົດ​ອື່ນ