ລັດຖະບານມີໂຄງການກະທຳກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ

(VOVWORLD) - ມະຕິໄດ້ວາງເປົ້າໝາຍຮອດປີ 2030, ນະຄອນ ໂຮ່ຈີມິນ ຈະກາຍເປັນນະຄອນສີວິໄລ, ທັນສະໄໝ, ຂະຫຍັນຂັນເຄື່ອນ ປະດິດຄິດສ້າງ, ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ
ລັດຖະບານມີໂຄງການກະທຳກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ - ảnh 1(ພາບປະກອບ: TTXVN)

        ວັນທີ 02 ມິຖຸນາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 87 ໂຄງການກະທຳຂອງລັດຖະບານປະຕິບັດມະຕິເລກທີ 31 - ມຕ/ສກ ຂອງກົມການເມືອງ ກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຮອດປີ 2030, ວິໄສທັດຮອດປີ 2045. ມະຕິໄດ້ວາງເປົ້າໝາຍຮອດປີ 2030, ນະຄອນ ໂຮ່ຈີມິນ ຈະກາຍເປັນນະຄອນສີວິໄລ, ທັນສະໄໝ, ຂະຫຍັນຂັນເຄື່ອນ ປະດິດຄິດສ້າງ, ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ແມ່ນນະຄອນຂອງການບໍລິການ - ອຸດສາຫະກຳທັນສະໄໝ; ສູນເສດຖະກິດ, ການເງິນ; ການຄ້າ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ມີທີ່ຕັ້ງພົ້ນເດັ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ການເຕີບໂຕສະເລ່ຍບັນລຸ 8% - 8,5%/ປີ; GRDP ຄິດສະເລ່ຍຕໍ່ຫົວຄົນປະມານ 14.500 USD; ເສດຖະກິດດີຈີຕອນປະກອບສ່ວນ 40% ເຂົ້າ GRDP. ມະຕິກໍ່ວາງອອກວິໄສທັດຮອດປີ 2045, ນະຄອນ ໂຮ່ຈີມິນ ຈະພັດທະນາທຽບເທົ່າກັບບັນດາເຂດຕົວເມືອງໃຫຍ່ໃນໂລກ, ກາຍເປັນສູນເສດຖະກິດ, ການເງິນ, ການບໍລິການຂອງ ອາຊີ; ແມ່ນສະຖານທີ່ດູດດື່ມຂອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ