ລັດຖະບານຢູແກຼນເລີ່ມປະຕິບັດກົດໝາຍວ່າດ້ວຍອະໄພຍະໂທດສຳລັບຜູ້ແຫ່ຂະບວນປະທ້ວງ

ລັດຖະບານຢູແກຼນເລີ່ມປະຕິບັດກົດໝາຍວ່າດ້ວຍອະໄພຍະໂທດສຳລັບຜູ້ແຫ່ຂະບວນປະທ້ວງ - ảnh 1
ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄດ້ຄວບຄຸມຖະໜົນ Grushevsky ຢູ່ໃຈກາງ Kiev ເມື່ອວັນທີ 25/1
 (ພາບ: AFP/TTXVN)


(vovworld) –  ວັນ​ທີ 17/2, ລັດຖະບານ ຢູ​ແກຼນ ​ເລີ່​ມປະຕິບັດກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ, ຕາມ​ນັ້ນ​ແລ້ວ, ລົບ​ລ້າງ​ຄວາມ​ຮັບຜິດຊອບ​ດ້ານ​ອາຍາ​ສຳລັບ​ບັນດາຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັບ​ຕົວ​ໃນ​ການ​ຈະລາ​ຈົນ​​ຕ້ານ​ລັດຖະບານຄັ້ງ​ຕ່າງໆ​ທີ່​ເຮັດ​ໃຫ້​ສະພາບ​ການ​ຢູ່ ຢູ​ແກຼນ ​ເຄັ່ງ​ຕຶງ​ໃນ​ເກືອບ 3 ​ເດືອນ​ຜ່ານ​ມາ. ​​ໄອ​ຍະ​ການ ຢູ​ແກຼນ Vichtor Pshonka ​ໃຫ້​ຮູ້​ວ່າ: ​ແຕ່​ວັນ​ທີ 17/2, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເລີ່​ມພິຈາລະນາ​ເພື່ອ​ລົບ​ລ້າງ​ຄວາມ​ຮັບຜິດຊອບ​ທາງ​ອາຍາ​ໃຫ້ 268 ຄົນ ​ແລະ ຍຸບ​​ເລີກ 108 ຄະດີ​ອາຍາ​ທີ່​ກ່ຽວຂ້ອງ​ເຖິງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັບ​ຕົວ. ທ່ານ Pshonka ​ໃຫ້​ຄຳໝັ້ນ​ສັນຍາ​ວ່າ: ທຸກໆ​ລະບຽບ​ການ​ນິຕິ​ກຳ​ຈະ​​ປະຕິບັດ​ສຳ​ເລັດ​ໃນ​ຮອບ​ເວລາ 1 ​ເດືອນ. ກ່ອນ​ໜ້າ​ນັ້ນ, ຄື​ວັນ​ທີ 31/1, ທ່ານ​ປະທານາທິບໍດີ ຢູ​ແກຼນ Viktor Yanukovich ​ໄດ້​ເຊັນ​ກົດໝາຍ​ວ່າ​ດ້ວຍ​ອະ​ໄພ​ຍະ​ໂທດ​ທີ່ມີ​ເງື່ອນ​ໄຂ​ໃຫ້​ບັນດາ​ຜູ້​ຖືກ​ຈັບ​ຕົວ​ໃນ​ການ​​ແຫ່​ຂະ​ບວນປະ​ທ້ວງ​ກໍ່​ການ​ຈະລາຈົນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຢູ່​ຕາມ​ຖະໜົນ ​ແລະ ​ໃຫ້​ສັດຕະຍາບັນ​ເລື່ອງ​ຍຸບ​ເລີ​ກກົດໝາຍ​ວ່າ​ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ. ຕາມ​ນັ້ນ​ແລ້ວ, ​ເລື່ອງ​ອະ​ໄພ​ຍະ​ໂທດ​ຈະ​ໄດ້​ຮັບ​ການ​ປະຕິບັດ​ເມື່ອ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ທີ່​ວາງ​ອອກ​ໃນ​ຮອບ​ເວລາ 15 ວັນ, ໝາຍ​ຄວາມ​ວ່າ​ກ່ອນ​ວັນ​ທີ 17/2/2014.

ຂ່າວ/ບົດ​ອື່ນ