ລັດຖະບານລີບີ ຫ້າມຊາວປາແລດສຕິນ, ຊີຣີ ແລະ ຊູດັງ ເຂົ້າເມືອງ

ລັດຖະບານລີບີ ຫ້າມຊາວປາແລດສຕິນ, ຊີຣີ ແລະ ຊູດັງ ເຂົ້າເມືອງ - ảnh 1
(ພາບປະກອບ: middleeastmonitor.com)

(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ລີ​ບີ Omar al Sanki ​ໃຫ້​ຮູ້​ວ່າ, ລັດຖະບານ​​ທາງການ​ຂອງ​ປະ​ເທດ​ນີ້ ​ໄດ້​ປະກາດ​ຄຳ​ສັ່ງ​ຫ້າ​ມບໍ່​ໃຫ້ຊາວປາ​ແລດ​ສຕິນ, ຊີຣີ ​ແລະ ຊູ​ດັງ ​ເຂົ້າ​ເມືອງ ຍ້ອນ​ອຳນາດ​ການ​ປ​ົກຄອງ​ຂອງ​ເຂົາ​ເຈົ້າທຳລາຍ​ຄວາມ​ສະຫງົບຂອງ​ລີ​ບີ. ທ່ານ​ລັດຖະມົນຕີ​ວ່າການ Sanki ​ໃຫ້​ຮູ້​ວ່າ, ຄຳ​ສັ່ງ​ຫ້າມ​ດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ພາຍຫຼັງ​ບັນດາ​ອົງການ​ສືບລາຊະການ​ລັບ ​ແລະ ຕຳຫຼວດ​ລີ​ບີ ​ໃຫ້​ຂໍ້​ສັງ​ເຫດ​ວ່າ ບາງ​ປະ​ເທດ​ອາຣັບ ກ່ຽວຂ້ອງ​ເຖິງ​ການ​ທຳລາຍ​ສະຖຽນ​ລະ​ພາບ ​ແລະ ອະທິປະ​ໄຕ​ຂອງ​ລີ​ບີ. ​ແຕ່​ວ່າ, ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Abdullah al Thinni ພຽງ​ແຕ່​ສາມາດ​ປະຕິບັດ​ໄດ້​ຄຳ​ສັ່ງ​ຫ້າມ​ບິນ​ຢູ່ 2 ​ສະໜາມ​ບິນ Tobruk ​ແລະ Labraq ທາງ​ທິດຕາ​ເວັນ​ອອກ ກໍ່​ຄື​ຢູ່​ດ່ານຊາຍ​ແດນ​ທາງບົກຕິດ​ກັບ​ອີ​ຍີບ ຍ້ອນ​ປະຈຸ​ບັນ, ລັດຖະບານ​ພຽງ​ມີ​ສິດ​ບໍລິຫານ​ລັດໜຶ່ງ​ຢູ່ທາງ​ທິດຕາ​ເວັນ​ອອກ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ