ລັດຖະບານສຸມໃສ່ຍົກສູງປະສິດທິຜົນວຽກງານສ້າງກົດໝາຍ

ລັດຖະບານສຸມໃສ່ຍົກສູງປະສິດທິຜົນວຽກງານສ້າງກົດໝາຍ - ảnh 1
ທ່ານ​ນາຍົກລັດຖະມົນ ຕີ ຫງວຽນ​ເຕິ໋ນຢຸງ ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: TTXVN)

(vovworld) - ຕອນ​​ເຊົ້າ​ວັນ​ທີ 21/3, ລັດຖະບານ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ.

        ບັນຫາ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ບັນດາ​ສະມາຊິກ​ລັດຖະບານ​ໃນ​ກອງ​ປະຊຸມ​ນັ້ນ​​ແມ່ນ, ການ​ຄຸ້ມ​ຄອງ​ລາຄາ​ຢຸກຢາ​. ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ​ຄວນ​ມອບ​ໃຫ້​ກະຊວງ​ສາທາລະນະ​ສຸກ​ຄວບ​ຄຸມ​ຄື​ພວມ​ປະຕິບັດ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ສ້າງ​ຕັ້ງ​ສະພາ​ລະຫວ່າງ​ຂະ​ແໜງ​ເພື່ອ​ຄຸ້ມ​ຄອງ​ລາຄາ​ຢຸກຢາ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນ ຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ:

        ”ຕ້ອງ​ຄຸ້ມ​ຄອງ​ລາຄາ​ຢຸກຢາ​ຢ່າງ​ເດັດຂາດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະບານ, ກະຊວງ​ການ​ເງິນ ​ແລະ ກະຊວງ​ສາທາລະນະ​ສຸກ. ກະຊວງ​ສາທາລະນະ​ສຸກ​ຕ້ອງ​ກຳນົດ​ລາຄາ​ຢ່າງ​ລະອຽດ, ​ແຕ່​ພື້ນຖານ ​ແລະ ຫຼັກການ​ເພື່ອ​ກຳນົດ​ລາຄາ​ແມ່ນ​ຂຶ້ນ​ກັບກະຊວງ​ການ​ເງິນ. ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ການ​ສ້າງ​ຕັ້ງ​ສະພາ​ລະຫວ່າງ​ຂະ​ແໜງ​ເພື່ອ​ຄຸ້ມ​ຄອງ​ລາຄາ​ຢຸກຢາ.”.

        ກ່ຽວຂ້ອງ​ເຖິງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ໂດຍ ລັດ​ລົງທຶນ​ເຂົ້າ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ ​ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດສະບັບ​ປັບປຸງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ໃສ່​ໃຈວ່າ, ຮ່າງ​ກົດໝາຍ​ທັງ​ສອງ​ນີ້​ລ້ວນ​ແຕ່​ກ່ຽວ​ຂ້ອງ​ເຖິງ​ລັດ​ວິ​ສາ​ຫະກິດ, ດັ່ງ​ນັ້ນ​ກະຊວງ​ແຜນການ ​ແລະ ລົງທຶນ, ​ ກະຊວງ​ການ​ເງິນ​ຄວນ​ສົມທົບ​ກັນ, ​ເຮັດ​ແຈ້ງ​ແນວ​ຄວາມ​ຄິດ, ບົດບາດ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ກຳນົດ​ກ່າຍກອງ​ກັນ.

 

ຂ່າວ/ບົດ​ອື່ນ