ລັດຖະບານສ້າງທຸກເງື່ອນໄຂສະດວດເພື່ອການພັດທະນາຂອງວິສາຫະກິດຂະຫນາດກາງແລະນ້ອຍ

ລັດຖະບານສ້າງທຸກເງື່ອນໄຂສະດວດເພື່ອການພັດທະນາຂອງວິສາຫະກິດຂະຫນາດກາງແລະນ້ອຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ກັບ​ການ​ນຳ​
ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ
ພາບ:TTXVN

(vovworld)-​ຕອ​ນ​ຄ່ຳ​ວັນ​ທີ 29/10, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຂອງ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ແມ່ນ​ໃຫຍ່​ຫລວງ​ນັບ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫນ້າ​ທີ່, ປັບ​ປຸງ​ການ​ຈັດ​ຕັ້ງ, ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ແທດ​ຈິງ.ື ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​ຕິດ​ຕາມ​ວິ​ວັດ​ການ​ພັດ​ທະ​ນາ​ຢ່າງ​ໃກ້​ຊິດ, ຮັບ​ຮູ້ ແລະ ຫນູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ, ໃນ​ນັ້ນ ມີ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ສະ​ຫະ​ສະ​ມາ​ຄົມ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ບັນ​ດາ​ສະ​ມາ​ຊິກ​ຈະ​ປະ​ກອບ​ສ່ວນ​ຢ່າງ​ເໝາ​ະ​ສົມ​ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. 


ຕອບກັບ

ຂ່າວ/ບົດ​ອື່ນ