ລັດຖະບານສາມັກຄີປາແລສຕີນລາອອກຈາກຕຳແໜ່ງ

ລັດຖະບານສາມັກຄີປາແລສຕີນລາອອກຈາກຕຳແໜ່ງ - ảnh 1
ທ່ານປະທານາທິບໍດີ Mahmud Abbas (ຂວາ) ທີ່​ການ​ປະຊຸມ​
ສະພາ​ປະຕິວັດ​ຂອງ​ພັກ Fatah ຢູ່ Ramallah

(ພາບ:THX/TTXVN)

(vovworld) – ທີ່​ປຶກສາ​ຂອງ​ທ່ານປະທານາທິບໍດີປາ​ແລ​ສຕີນ Nimr Hammad ​ໃຫ້​ຮູ້​ວ່າ: ລັດຖະບານ​ສາມັກຄີ ປາ​ແລ​ສຕີນ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ທີ 17/6. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Nimr Hammad ຢືນຢັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ Rami Hamdallah ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງຂຶ້ນ​ຕໍ່​ ປະທານາທິບໍດີ Mahmud Abbas ທີ່​ການ​ປະຊຸມ​ສະພາ​ປະຕິວັດ​ຂອງ​ພັກ Fatah ຢູ່ Ramallah ​ໃນ​ຕອນ​ບ່າຍ​ວັນ​ທີ 17/6. ຫຼັງ​ຈາກ​ນັ້ນ, ​ປະທານາທິບໍດີ Abbas ​ໄດ້​ສັ່ງ​ໃຫ້​ທ່ານ Hamdallah ສ້າງ​ຕັ້ງ​ລັດຖະບານ​ໃໝ່. ຕາມ​ຜູ້​ທີ່​ປຶກສາ Hammad, ບັນດາ​ການ​ປຶກສາ​ຫາລື ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ຈະ​ລວມມີ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ ດ້ວຍ​ຫຼາຍ​ພັກຝ່າຍ​ຂອງ ປາ​ແລ​ສຕີນ, ​ໃນ​ນັ້ນ​ມີ​ຂະ​ບວນການ​ອິດສະ​ລາມ Hamas.

ຂ່າວ/ບົດ​ອື່ນ