ລັດຖະບານສາມັນຄີ ປາແລກສຕິນ ຈະຈັດກອງປະຊຸມຄັ້ງທຳອິດຢູ່ກາຊາ

ລັດຖະບານສາມັນຄີ ປາແລກສຕິນ ຈະຈັດກອງປະຊຸມຄັ້ງທຳອິດຢູ່ກາຊາ - ảnh 1
ພາບປະກອບ
(ພາບ: TTXVN)


(vovworld) – ລັດຖະບານ​ສາມັກຄີ​ປາ​ແລດ​ສຕິນ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງທ່ານ​ນາຍົກລັດຖະມົນຕີ Rami Hamdallah ​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ຢູ່​ເຂດ​ກາຊາ ​ໃນ​ວັນ​ທີ 09/10 ຈະ​ມາ​ເຖິງ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ​​ເຊິ່ງ​ໄດ້​ຝາກຜ່ານທາງອິນ​ເຕີ​ແນັດ ​ໃນ​ວັນ​ທີ 06/10, ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ປາ​ແລດ​ສຕິນ Ma’mon Abu Shahla ​ໃຫ້​ຮູ້​ວ່າ, ທ່ານ​ນາຍົກລັດຖະມົນຕີ Hamdallah ​​ແລະ ບັນດາ​ລັດຖະມົນຕີ​ພາຍ​ໃນ​ລັດຖະບານ, ຈາກ​ເຂດ​ຝັ່ງ​ຕາ​ເວັນ​ຕົກ ​ແລະ ​ເຂດ​ກາຊາ ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ​ກາຊາ  ນັບ​ແຕ່​ເວລາ​ລັດຖະບານ​ຮັບໜ້າ​ທີ່​ເມື່ອ​ເດືອນ 06 ຜ່ານ​ມາ. ​ແຕ່​ວ່າ, ຍັງ​ບໍ່​ທັນ​ຮູ້​ວ່າ ອິດສຣາ​ແອນ ຈະ​ອະນຸຍາດ​ໃຫ້​ບັນດາ​ລັດຖະ​ມົນຕີ​ຈາກ​ຝັ່ງ​ຕາ​ເວັນ​ຕົກ  ຜ່ານ​ເຂດ​ຊາຍ​ແດນ Erez ​ເຂົ້າ​ເຂດ​ກາຊາ ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫຼື​ບໍ່. ຕາມ​ທ່ານ Abu Shahla ​ແລ້ວ, ​ເຖິງ​ວ່າຈະຈັດ​ກອງ​ປະຊຸມ​ຫຼື​ບໍ່, ລັດຖະບານ​ປາ​ແລດ​ສຕິນ ກໍ່​ຈະ​ປຶກສາ​ກາ​ລື​ກ່ຽວ​ກັບ​ຜົນ​ຮ້າຍຍ້ອນ​ຫຼັັງ​ຈາກສົງຄາມ​ໂດຍ​ອິດສຣາ​ແອນ ປະຕິບັດ​ຢູ່​ເຂດ​ກາຊາ ​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ກົນ​ໄກ​ສ້າງ​ຕັ້ງ​ເຂດ​ດິນ​ແດນ​ນີ້ຄືນ​ໃໝ່ ​ແລະ ໜູນ​ຊ່ວຍ​ປະຊາຊົນ.

        ​ແລະ​ກໍ່​ໃນ​ວັນທີ 06/10, ກະຊວງ​ການ​ຕ່າງປ​ະ​ເທດ​ອິດສຣາ​ແອນ ​ໄດ້​ຮຽກ​ຕົວ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຊູ​ແອດ ມາ​ເພື່ອ​ຄັດຄ້ານ Stockholm ມີ​ເຈດ​ຈຳນົງ​ຮັບ​ຮູ້​ລັດ​ປາ​ແລດ​ສຕິນ.

ຂ່າວ/ບົດ​ອື່ນ