ລັດຖະບານຫວຽດ ນາມ ຮັບປະກັນ ສິດເສລີໃນການ ເຫຼືອມໃສສາສະໜາ

ລັດຖະບານຫວຽດ ນາມ ຮັບປະກັນ ສິດເສລີໃນການ ເຫຼືອມໃສສາສະໜາ - ảnh 1
ກອງ​ປະຊຸມ​ສະຫລຸບ​ດຳລັດ​ກົດໝາຍ​ກ່ຽວ​ກັບ​ການ​ເຊື່ອ​ຖື​ສາສະໜາ
(ພາບ: vietnamplus.vn)


(vovworld) - ກອງ​ປະຊຸມ​ສະຫລຸບລັດຖະບັນຍັດ​ກ່ຽວ​ກັບ​ການເຫຼື້ອມໃສ​ສາສະໜາ ໄດ້ຖືກດຳ​ເນີນ​ໃນ​ວັນ​ທີ 20/05, ຢູ່​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້​ຕາງໜ້າ​ການ​ນຳ​ກະຊວງ​ພາຍ​ໃນ, ຄະນະ​ສາສະໜາ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິ​ນ ​ແລະ ບັນດາ​ນັກບວດ, ຜູ້​ມີ​ຍົດ​ຖາ​ບັນດາສັກ​ຢູ່​ບັນດາ​ແຂວງ​, ນະຄອນທາງ​ພາກ​ໃຕ້ ຫວຽດນາມ.

        ຕາມ​ທ່ານ​ຫົວ​ໜ້າ​ຄະນະ​ສາສະໜາ​ລັດຖະບານ ຟ້າ​ມຢຸງ ​ແລ້ວ,ລັດຖະບັນຍັດ​ໄດ້​​ເຂົ້າ​ສູ່​ຊີວິດຕົວຈງ, ສ່ວນ​ຫຼາຍປະຊາຊົນ​ຜູ້ເຊື່ອ​ຖື​ສາສະໜາ, ຜູ້​ມີ​ຍົດ​ຖາ​ບັນດາສັກຢູ່​ພາຍ​ໃນ​ປະ​ເທດ ກໍ​ຄື​ບັນດາ​ອົງການ​ສາກົນ​ທີ່​ມີ​ຄວາມສົນ​ໃຈ​​ເຖິງ​ສະພາບ​ສາສະໜາ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ນະ​ໂຍບາຍ​ປ່ຽນ​ໃໝ່​ຂອງ​ພັກ ​ແລ​ະ ລັດ ສຳລັບ​ການ​ເຫຼື້ອມໃສ​ສາສະໜາ. ​ເລື່ອງ​ສະຫລຸບ 8 ປີ​ແຫ່ງ​ວັນ​ປະຕິບັດລັດຖະບັນຍັດ​ກ່ຽວ​ກັບ​ການ​ເຫຼືອມໃສ​ສາສະໜາ ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ, ມີ​ພື້ນຖານ​ເພື່ອນຳ​ສະ​ເໜີ​ໃຫ້​ອົງການ​ແຫ່ງ​ລັດ​ມີ​ສິດອຳນາດ​ປັບປຸງ, ​ເພີ່ມເຕີມລັດຖະບັນຍັດ ກ້າວ​ໄປ​ເຖິງ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມໃສສາສະໜາ, ຮັບປະກັນ​ສິດ​ເສລີໃນການເຫຼື້ອມໃສ​ສາສະໜາ.

ຂ່າວ/ບົດ​ອື່ນ